ຍຳເຂົ້າປຸ້ນໃສ່ປາທູ

86

ເມນູ “ ຍຳເຂົ້າປຸ້ນໃສ່ປາທູ ” ເປັນໜຶ່ງໃນເມນູອາຫານກິນຫຼິ້ນທີ່ມີລົດຊາດແຊບແຖມວິທີເຮັດບໍ່ຫຍຸ້ງຍາກໃຊ້ງົບບໍ່ແພງ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນຳກັນເລີຍ.

ສ່ວນປະສົມ: ເຂົ້າປຸ້ນ 500 ກຣາມ, ປາທູຈືນສຸກແລ້ວໄຈ້ກ້າງອອກ 1 ຖ້ວຍນ້ອຍ, ຜັກບົ່ວໃບ 2 ຕົ້ນ, ຜັກຫອມເປ 2 ຕົ້ນ, ຜັກຫອມປ້ອມ 2 ຕົ້ນ, ນ້ຳໝາກນາວ 1 ບ່ວງແກງ, ນ້ຳປາ 2 ບ່ວງແກງ, ນ້ຳຕານ 1 ບ່ວງແກງ, ໝາກເຜັດຜົງ 1 ບ່ວງກາເຟ, ໝາກເຜັດສົດຊອຍນ້ອຍໆ 1 ບ່ວງກາເຟ.

ວິທີປຸງແຕ່ງ:

1 ກຽມປຸງນ້ຳຍຳໂດຍເອົານ້ຳຕານ, ນ້ຳປາ, ນ້ຳໝາກນາວ, ໝາກເຜັດຜົງ ແລະ ໝາກເຜັດດິບຊອຍຄົນໃຫ້ເຂົ້າກັນດີ. ຈາກນັ້ນ, ຈຶ່ງເອົາປາທູ ແລະ ລ້າງເສັ້ນເຂົ້າປຸ້ນລົງແລ້ວຄົນໃຫ້ເຂົ້າກັນອີກຄັ້ງ.

2 ສຸດທ້າຍຈຶ່ງຊອຍຜັກບົ່ວໃບ, ຫອມປ້ອມ ແລະ ຜັກຫອມເປລົງແລ້ວຄ່ອຍໆຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ. ຕັກໃສ່ຈານເທົ່ານີ້ກໍພ້ອມເສີບແລ້ວ ສາມາດກິນກັບຜັກຕ່າງໆໄດ້ຕາມໃຈມັກ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: catdumb