ນ້ຳໝາກຂີ້ຫູດໂຊດາເຄື່ອງດື່ມເພື່ອສຸຂະພາບ

133

ນ້ຳໝາກຂີ້ຫູດໂຊດາ ມີປະໂຫຍດຕໍ່ສຸຂະພາບຫຼາຍໆຢ່າງ ເຊັ່ນ: ມີສານຕ້ານອະນຸມູນອິດສະຫຼະສູງ, ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຊ່ວຍເຮັດໃຫ້ຈະເລີນອາຫານ, ໃຊ້ເປັນຢາບຳລຸງຫົວໃຈ, ໃຊ້ແກ້ອາການເຈັບທ້ອງ, ຊ່ວຍຢຸດຢັ້ງການຈະເລີນເຕີບໂຕຂອງຈຸລິນຊີ ແລະ ອື່ນໆອີກຫຼາຍຢ່າງ ສ່ວນປະກອບ ແລະ ວິທີເຮັດງ່າຍໆ ດັ່ງນີ້:

ສ່ວນປະສົມ:

1 ນ້ຳຕານ ຫຼື ນ້ຳເຊື່ອມ 2 ບ່ວງແກງ.

2 ນ້ຳໝາກຂີ້ຫູດ 1 ໜ່ວຍ.

3 ໂຊດາເຢັນໆ 1 ແກ້ວ.

4 ນ້ຳກ້ອນຕາມໃຈມັກ.

ວິທີປະສົມ:

ກ່ອນອື່ນຕ້ອງປອກເປືອກໝາກຂີ້ຫູດອອກ ເພື່ອເວລາບີບນ້ຳໝາກຂີ້ຫູດຈຶ່ງບໍ່ຂົມ ແລະ ຖອກໃສ່ຈອກໃຫຍ່ແລ້ວປະສົມນ້ຳເຊື່ອມໃຫ້ເຂົ້າກັນ. ຈາກນັ້ນ, ເອົານ້ຳກ້ອນໃສ່ຈອກເກືອບເຕັມ ແລະ ສຸດທ້າຍຖອກໂຊດາໃສ່ແຕ່ງຈອກດ້ວຍໃບມິ້ນ ຫຼື ໝາກຂີ້ຫູດປອກເປືອກຊອຍບາງໆເທົ່ານີ້ກໍພ້ອມເສີບແລ້ວ ( ສາມາດຕື່ມນໍ້າເຊື່ອມເພີ່ມຕາມໃຈມັກ ).

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: liekr