ເລີ່ມເຂົ້າລະດູຝົນຜູ້ຂັບຂີ່ລົດໃຫຍ່ຄວນກຽມຫຍັງແດ່?

138

ກ້າວເຂົ້າລະດູຝົນຢ່າງເຕັມຕົວເຮົາບໍ່ຮູ້ວ່າຝົນຈະຕົກມາເມື່ອໃດ. ຄໍລໍາລົດມື້ນີ້ຈະມານໍາສະເໜີການຂັບລົດລຸຍນໍ້າຖ້ວມ ເພາະໃນໄລຍະນີ້ຝົນເລີ່ມຕົກລົງມາແດ່ແລ້ວ.

ລະດູຝົນເປັນປັດໄຈສິ່ງແວດລ້ອມທີ່ມີສ່ວນເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະນໍ້າຝົນທີ່ຕົກລົງມາເຮັດໃຫ້ທາງມື່ນອັນເປັນເຫດເຮັດໃຫ້ໄລຍະໃນການເບຣກລົດຍາວຂຶ້ນກວ່າປົກກະຕິ, ທັງຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບລົດ. ສາເຫດເຫຼົ່ານີ້ເປັນປັດໄຈພາຍນອກທີ່ຫຼາຍໆທ່ານຂັບລົດຄວບຄຸມບໍ່ໄດ້ ຫາກຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ທີ່ສຳຄັນແມ່ນຕ້ອງປັບວິທີການຂັບລົດໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ. ສະນັ້ນ, ຈຶ່ງຂໍແນະນຳວິທີປະຕິບັດໃນການຂັບຂີ່ລົດໃນໄລຍະຝົນ ຫຼື ຂັບລົດຜ່ານນໍ້າຖ້ວມຢ່າງປອດໄພ.

1 ກວດສອບຄວາມພ້ອມຂອງລົດເປັນຕົ້ນແມ່ນລະບົບໄຟເຍືອງທາງ ແລະ ໄຟສັນຍານຕ່າງໆ, ກວດເບິ່ງຢາງປັດນ້ຳຝົນ, ລະດັບນ້ຳລ້າງແວ່ນລົດ, ກວດເຊັກລະບົບເບຣກ ລົດ, ສະພາບຢາງຕີນລົດ, ລົມຢາງລົດ ( ລົມຢາງທີ່ອ່ອນເກີນໄປ ແລະ ດອກຢາງທີ່ມີໜ້ອຍເກີນໄປ ພາໃຫ້ປະສິດທິພາບໃນການຮີດນ້ຳໄດ້ໜ້ອຍລົງຈະເຮັດໃຫ້ເກີດການມື່ນໄດ້ງ່າຍ ).

2 ເມື່ອຝົນຕົກແຮງໃຫ້ເປີດໄຟໜ້າ ແລະ ໄຟຕັດໝອກ ( ຖ້າມີ ) ບໍ່ຄວນເປີດໄຟສຸກເສີນ.

3 ໃນໄລຍະ 5 ນາທີທຳອິດທີ່ຝົນຕົກໃໝ່ໆ ໃຫ້ເພີ່ມຄວາມລະມັດລະວັງເປັນພິເສດເພາະເສັ້ນທາງຈະມື່ນ ເນື່ອງຈາກດິນມີການສະສົມຄວາມຮ້ອນ ຖ້າເກີດມີຝົນຕົກຈະເຮັດໃຫ້ຄວາມຮ້ອນກັບເຢັນມາກະທົບໃສ່ກັນ ຈະພາໃຫ້ໜ້າຢາງປູທາງມື່ນໃນໄລຍະ 5 ນາທີທໍາອິດ.

4 ໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ແລະ ວິໄສທັດໃນການເບິ່ງເຫັນ, ຈົ່ງໄລຍະຫ່າງລະຫວ່າງຂັບລົດຕາມຫຼັງລົດຄັນທາງໜ້າໃຫ້ຫຼາຍກວ່າປົກກະຕິ 2 ເທົ່າ.

5 ຫຼີກລຽງການເບຣກລົດຢ່າງກະທັນຫັນ ແລະ ການໃຊ້ເບຣກໂດຍບໍ່ຈຳເປັນ.

6 ເພີ່ມການສັງເກດການຈຸດທີ່ມີນ້ຳຫົ້ງເສັ້ນທາງ, ຫຼຸດ ຄວາມໄວເມື່ອຂັບຜ່ານຈຸດທີ່ນ້ຳຫົ້ງ ເພາະຈະເກີດການເຫີນນ້ຳເຮັດໃຫ້ລົດມື່ນ ( ເຈືອກ ) ໄດ້ຖ້າຂັບມາດ້ວຍ ຄວາມໄວສູງ.

7 ໃນກໍລະນີຂັບໄປໃນເສັ້ນທາງນ້ຳຖ້ວມຂັງ ຫຼື ນໍ້າໄຫຼແຮງ ໃຫ້ສັງເກດລະດັບຄວາມເລິກຂອງນ້ຳຈາກລົດຄັນທາງໜ້າ ຫຼື ຂອບທາງເພື່ອປະເມີນສະຖານະການ.

8 ຂະນະທີ່ຂັບຜ່ານນ້ຳຖ້ວມຂັງຄວນປິດແອ ແລະ ໃຊ້ເກຍຕໍ່າ ຫຼື ເກຍ 1 ເພື່ອບໍ່ໃຫ້ຮອບເຄື່ອງຈັກຕໍ່າເກີນໄປ ເພື່ອຫຼີກລຽງບໍ່ໃຫ້ຈັກດັບກາງນໍ້າ, ນ້ຳອາດຈະໄຫຼເຂົ້າທໍ່ຄວັນໄດ້.

9 ຫຼັງຈາກທີ່ຜ່ານຈຸດນ້ຳຖ້ວມຂັງແລ້ວ ໃຫ້ຢຽບເບຣກເລື້ອຍໆເພື່ອຮີດນ້ຳໃຫ້ຝາ ເບຣກແຫ້ງ ປ້ອງກັນອາການເບຣກມື່ນ, ແຕ່ຖ້າຕ້ອງຈອດລົດເປັນເວລາດົນນານຫຼີກລຽງການໃຊ້ເບຣກມືຈອດລົດ ເພື່ອປ້ອງກັນອາການເບຣກ ຕິດ.

10 ຖ້າຝົນຕົກແຮງຈົນບໍ່ສາມາດເບິ່ງເຫັນທາງຂ້າງໜ້າໃນໄລຍະ 10 ແມັດ ຄວນຫາບ່ອນຈອດລົດທີ່ປອດໄພ, ຖ້າຝົນເຊົາຕົກ ຫຼື ຕົກໃນປະລິມານເບິ່ງເຫັນຈຶ່ງເດີນທາງຕໍ່.

11 ຕ້ອງໄດ້ກວດສອບສະພາບເສັ້ນທາງທີ່ຈະໄປ ໂດຍສະເພາະໃນໄລຍະນີ້ເສັ້ນທາງເມືອງທ່າພະບາດ ແຂວງບໍລິຄໍາໄຊ ຖືກນໍ້າຖ້ວມໄຫຼຜ່ານເສັ້ນທາງ, ເສັ້ນທາງທ່າງ່ອນ – ບ້ານເກີນຖືກນໍ້າຖ້ວມ, ຖ້າບໍ່ມີວຽກຈໍາເປັນກໍຄວນຫຼີກລຽງ.