ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ຕັ້ງເປົ້າສົ່ງອອກກາເຟປີນີ້ 9 ພັນກວ່າໂຕນ

232

ຕະຫຼາດກາເຟໂລກ ນັບແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນເຫັນວ່າມີບັນຍາກາດດີຫຼາຍສົມຄວນ ເຮັດໃຫ້ມີຄວາມຕ້ອງການເພີ່ມຂຶ້ນໃນຕະຫຼາດອາຊີ ແລະ ເອີຣົບ ໄດ້ສົ່ງຜົນດີຕໍ່ກັບຜູ້ປະກອບການຂອງລາວທີ່ເປັນຜູ້ຜະລິດ ແລະ ສົ່ງອອກ ເຊິ່ງ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ກໍເປັນໜຶ່ງໃນບໍລິສັດຜູ້ສົ່ງອອກລາຍໃຫຍ່ຂອງລາວ ໂດຍໄດ້ຕັ້ງເປົ້າສົ່ງອອກກາເຟ 9.500 ໂຕນໃນປີ 2020.

ທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ, ທັງເປັນຄະນະບໍລິຫານງານກາເຟລາວ ໃຫ້ສໍາພາດວ່າ: ປັດຈຸບັນ ກາເຟລາວ ເປັນທີ່ຕ້ອງການຫຼາຍຈາກຕ່າງປະເທດ ເຊິ່ງຄົນລາວເຮົາກໍສາມາດຜະລິດກາເຟຄຸນນະພາບ ສາມາດຈຳໜ່າຍໃນຕະຫຼາດໂລກໄດ້ ເນື່ອງຈາກມີຕະຫຼາດຮອງຮັບຢູ່ແລ້ວ ເຊິ່ງການລົງທຶນໃສ່ການປູກກາເຟອາດຈະໃຊ້ເວລາ 3 ປີເປັນຢ່າງຕໍ່າ ຈຶ່ງສາມາດເກັບຂາຍໄດ້. ເວົ້າສະເພາະ ສວນກາເຟຂອງບໍລິສັດພວກເຮົາມີເນື້ອທີ່ທັງໝົດ 300 ເຮັກຕາ ແລະ ມີເນື້ອທີ່ຂອງປະຊາຊົນທີ່ເຮົາສົ່ງເສີມປູກອີກຫຼາຍຮ້ອຍເຮັກຕາ.

ໃນປີ 2019 ຜ່ານມາ ພວກເຮົາສາມາດສົ່ງອອກກາເຟໄດ້ທັງໝົດ 1.721 ໂຕນ ຄິດເປັນມູນຄ່າເທົ່າກັບ 3.343.220 ໂດລາ. ໃນນີ້, ສົ່ງອອກໄປກໍາປູເຈຍ ຈໍານວນ 1.220 ໂຕນ ມູນຄ່າ 2.496.000 ໂດລາ, ສົ່ງອອກໄປ ສສ ຫວຽດນາມ 467 ໂຕນ ມູນຄ່າ 752.300 ໂດລາ, ສົ່ງອອກໄປ ສ.ເກົາຫຼີ ຈໍານວນ 34 ໂຕນ ມູນຄ່າ 94 ພັນໂດລາ.

ສໍາລັບປີ 2020 ເຊິ່ງເປັນປີທີ່ມີຄວາມສໍາຄັນຫຼາຍຕໍ່ທຸລະກິດກາເຟໃນບ້ານເຮົາ ເພາະຄວາມຕ້ອງການຂອງຕະຫຼາດຕ່າງປະເທດເພີ່ມຂຶ້ນ ຈຶ່ງເຮັດໃຫ້ພວກເຮົາປັບຕົວເລກສົ່ງອອກສູງຂຶ້ນ ເຊິ່ງຕາມແຜນແລ້ວຈະສົ່ງອອກໄປ ກໍາປູເຈຍ ແລະ ສສ ຫວຽດນາມ ເປັນປະເພດກາເຟກາງ 6 ພັນໂຕນ ມູນຄ່າ 8.220.000 ໂດລາ; ສ່ວນປະເພດກາເຟນ້ອຍ ຈະສົ່ງໄປເອີຣົບ ຈໍານວນ 3.500 ໂຕນ ມູນຄ່າ 8.050.000 ໂດລາ ຫາກລວມຍອດສົ່ງອອກທັງໝົດຢູ່ທີ່ 9.500 ໂຕນ ຄິດເປັນເງິນມູນຄ່າທັງໝົດ 16.270.000 ໂດລາ.

ເວົ້າສະເພາະຕົວເລກສົ່ງອອກແລ້ວນັບແຕ່ເດືອນມັງກອນ ຫາ ວັນທີ 25 ກຸມພາ 2020 ຜ່ານມານີ້, ທາງບໍລິສັດໄດ້ສົ່ງອອກກາເຟແລ້ວທັງໝົດ 2.758 ໂຕນ ມູນ  ຄ່າ 3.844.470 ໂດລາ. ໃນນີ້, ສົ່ງອອກໄປ ກໍາປູເຈຍ ແລະ ສສ ຫວຽດນາມ 2.638 ໂຕນ ແລະ ເອີຣົບ 120 ໂຕນ.

ຂໍ້ມູນໃນປີ 2019 ຂອງສະມາຄົມກາເຟລາວ ໃຫ້ຮູ້ວ່າ: ເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ, ໃນນີ້ 80% ແມ່ນຢູ່ເຂດພູພຽງບໍລະເວນ ແລະ ມີສະມາ    ຊິກທັງໝົດ 57 ຫົວໜ່ວຍທຸລະກິດ. ສໍາລັບເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ ມີທັງໝົດ 73.255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66.838 ເຮັກຕາ. ສ່ວນຕະຫຼາດກາເຟລາວສົ່ງອອກສ່ວນ ໃຫຍ່ແມ່ນ ສສ ຫວຽດນາມ ກວມ 80%, ຮອງລົງມາແມ່ນໄທ, ກໍາປູເຈຍ, ບັນດາປະເທດໃນອາຊີ ແລະ ເອີຣົບຕາມລໍາດັບ.