ຜູ້ປູກຜັກອິນຊີກໍໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19

147

ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ຕະຫຼາດກະສິກຳອິນຊີ ຂອງນະຄອນຫຼວງວຽງຈັນ ກໍໄດ້ວາງຫຼາຍມາດຕະການເພື່ອໃຫ້ຜູ້ຂາຍ ແລະ ຜູ້ມາຊື້ສິນຄ້າມີຄວາມປອດໄພຈາກໂຄວິດ – 19 ໂດຍສະເພາະແມ່ນວັດແທກອຸນຫະພູມ,  ເຈລລ້າງມື, ໃສ່ຜ້າອັດປາກ – ດັງ ແລະ ທີ່ສໍາຄັນຈັດສັນພື້ນທີ່ເວັ້ນໄລຍະຫ່າງປ້ອງກັນຄວາມແອອັດ. ຂະນະທີ່ຜົນກະທົບຊາວສວນ ສະເລ່ຍ 30% ຂອງການຜະລິດ.

ທ່ານ ຄຳພູ ພັນທະບູນ ຫົວໜ້າກຸ່ມກະສິກຳອິນຊີ ນະຄອນຫຼວງ ວຽງຈັນ ເປີດເຜີຍກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ປັດຈຸບັນສະມາຊິກກຸ່ມກະສິກໍາອິນຊີນະຄອນຫຼວງວຽງຈັນ ມີ 288 ຄອບຄົວ, ໃນນັ້ນ 30% ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ – 19 ໂດຍສະເພາະແມ່ນຜົນຜະລິດມາແລ້ວບໍ່ໄດ້ຂາຍ. ສ່ວນຈໍານວນຜົນຜະລິດທີ່ເຂົ້າມາຂາຍ ຖ້າເປັນວັນເສົາກໍຕົກຢູ່ປະມານ 8 – 9 ໂຕນ.

ທ່ານກ່າວວ່າ: ຈາກສະພາບການລະບາດຂອງເຊື້ອພະຍາດໂຄວິດ – 19 ມາບວກໃສ່ສະພາບ ຄວາມແຫ້ງແລ້ງແມ່ນກະທົບຕໍ່ການຜະລິດພືດຜັກຈໍານວນໜຶ່ງ ເຊິ່ງຕ້ອງໄດ້ໃຊ້ຕົ້ນທຶນໃນການຜະລິດ, ພືດບາງຊະນິດແມ່ນບໍ່ສາມາດປູກໄດ້ຕາມລະດູການເຮັດໃຫ້ຊາວສວນມາປູກພືດຊະນິດດຽວກັນ ເຮັດໃຫ້ມີປະລິມານຫຼາຍຄວາມຕ້ອງການບໍ່ສູງລາຄາກໍຫຼຸດ, ບາງພືດປູກຍາກຊາວສວນບໍ່ນິຍົມປູກກໍເຮັດໃຫ້ລາຄາສູງ ບາງຫົວໜ່ວຍຄອບຄົວກໍບໍ່ມີນໍ້າພຽງພໍໃນການປູກ ໂດຍສະເພາະກຸ່ມກະສິກໍາໂນນແຕ້ ທີ່ອາໄສນໍ້າບາດານກໍຫຼຸດປະລິມານການປູກລົງ.

ສໍາລັບມາດຕະການປ້ອງກັນໂຄວິດ – 19 ຄະນະບໍລິຫານງານກຸ່ມ ແມ່ນໄດ້ເພີ່ມຈໍານວນຄົນໃນການຕິດຕາມຈາກປົກກະຕິ 3 ຄົນມາເປັນ 9 ຄົນ, ໄດ້ຈັດວາງໄລຍະຫ່າງຂອງເຕັ້ນ – ໂຕະຂາຍ ກ່ອນແມ່ຄ້າຈະເຂົ້າຕະຫຼາດໄດ້ແທກອຸນຫະພູມ, ໃຫ້ຄໍາແນະນໍາ, ໃຫ້ໃສ່ຜ້າອັດປາກ – ດັງ, ມີເຈລລ້າງມື, ສໍາລັບລູກຄ້າທີ່ເຂົ້າໃຊ້ບໍລິການກໍມີຈຸດແທກອຸນຫະພູມ, ແນະນໍາໃຫ້ໃສ່ຜ້າອັດປາກ – ດັງກ່ອນເຂົ້າ.

ຕະຫຼາດກະສິກໍາອິນຊີນະຄອນຫຼວງວຽງຈັນ ເປີດຂາຍ 3 ຈຸດ ຄື: ບ່ອນຈອດລົດສູນການຄ້າລາວ – ໄອເຕັກ ຂາຍວັນພຸດ ແລະ ວັນເສົາ ເວລາ 5:00 – 12:00ໂມງ, ບ້ານດົງນາໂຊກ ຂາຍວັນຈັນ  ແລະ ວັນພະຫັດ ຂາຍໝົດມື້ ແລະ ຕະຫຼາດຫ້ວຍຫົງ ຂາຍໃນວັນເສົາ 8:00 – 12:00 ໂມງ.

ປັດຈຸບັນຜັກອິນຊີລາຄາກໍບໍ່ສູງ ເປັນຕົ້ນແມ່ນຜັກກາດ ໂລລະ 10 ພັນກີບ, ໝາກເຜັດ ກິໂລລະ 20 – 25 ພັນກີບ, ຜັກບົ້ງ – ຜັກຫົມ ກິໂລລະ 8 – 10 ພັນກີບ ເພື່ອເຮັດໃຫ້ຂາຍງ່າຍຂຶ້ນແມ່ຄ້າກໍຍັງໄດ້ແບ່ງເປັນມັດ ຫຼື ໃສ່ຖົງ ຂາຍເລີ່ມຕົ້ນທີ່ຢ່າງລະ 5 ພັນກີບຂຶ້ນໄປ.

ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ