ຄູ – ອາຈານ 2 ກຸ່ມ ໄດ້ຮັບການຍົກລະດັບດ້ານສຸຂະນາໄມ

101

ເພື່ອເປັນການສົ່ງເສີມໃຫ້ຜູ້ບໍລິຫານ, ຄູ – ອາຈານ ທີ່ຮັບຜິດຊອບວຽກງານສຸຂະນາໄມນັກຮຽນໃຫ້ມີຄວາມຮູ້, ຄວາມເຂົ້າໃຈໃນການນຳໃຊ້ ແລະ ປົກປັກຮັກສາລະບົບນໍ້າ , ຫ້ອງນໍ້າ ( ວິດຖ່າຍ ) ຢູ່ພາຍໃນໂຮງຮຽນໃຫ້ຖືກຕ້ອງ ແລະ ມີຄວາມຍືນຍົງ. ອີກດ້ານໜຶ່ງກໍເປັນການຕອບໂຕ້, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ກຳລັງລະບາດໃນທົ່ວໂລກຢູ່ປັດຈຸບັນ.

ໃນລະຫວ່າງວັນທີ 6 – 7 ພຶດສະພາ 2020ໂຄງການສົ່ງເສີມດ້ານນໍ້າ ແລະ ສຸຂະນາໄມ ໂດຍໄດ້ຮັບການສະໜັບສະໝູນຈາກມູນນິທິ East Meets West ແລະ Charity Water ໄດ້ຈັດອົບຮົມສຸຂະນາໄມຂຶ້ນທີ່ຫ້ອງປະຊຸມພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ທ່ານ ຂອນແກ້ວ ອາດຜາສຸກ ຫົວໜ້າມູນນິທິ East Meets West ປະຈໍາລາວ, ມີວິທະຍາກອນຈາກກະຊວງສາທາລະນະສຸກ, ຕາງໜ້າຫ້ອງສຶກສາທິການ ແລະ ກີລາ ເມືອງປາກແຊງ ນະຄອນຫຼວງພະບາງ, ຄູ – ອາຈານຈາກກຸ່ມເມືອງຂາຍ ແລະ ກຸ່ມຫາດ ຮວາຍ – ປາກເກງ ເຂົ້າຮ່ວມ 30 ກວ່າຄົນ.

ຊຸດອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ສະພາບຄວາມເປັນມາຂອງໂຄງການ, ບັນຫາທີ່ພົບພໍ້ໃນໄລຍະຜ່ານມາ ແລະ ຄວາມສຳຄັນຂອງວຽກງານຮັກສາອະນາໄມໃນໂຮງຮຽນ ແລະ ຊຸມຊົນ, ການບໍາບັດນໍ້າດື່ມ – ນໍ້າໃຊ້, ການນໍາໃຊ້ ແລະ ປົກປັກຮັກສາລະບົບນໍ້າ, ຮັກສາສ້ອມແປງຫ້ອງນໍ້າ ( ວິດຖ່າຍ ) ທີ່ເປ່ເພ, ການຖູແຂ້ວ ແລະ ລ້າງມື, ການຕິດຕາມ – ກວດກາ, ແກ້ໄຂບັນຫາລະບົບນໍ້າ ແລະ ວິດຖ່າຍໃນໂຮງຮຽນ ພາຍຫຼັງຝຶກອົບຮົມສຳເລັດຍັງໄດ້ມີການປະເມີນເບິ່ງຄວາມຮັບຮູ້ຂອງສຳມະນາກອນຕື່ມອີກ.

ໃນໂອກາດນີ້, ທາງໂຄງການກໍຄືມູນນິທິ East Meets West ປະຈຳລາວ ແລະ Charity Water ຍັງໄດ້ມອບອຸປະກອນ ເຊັ່ນ: ຮາງລ້າງມື ຈຳນວນ 15 ຊຸດ, ໃຫ້ກຸ່ມບ້ານເມືອງຂາຍ ນະຄອນຫຼວງພະບາງ 9 ຊຸດ ແລະ ກຸ່ມຫາດ ຮວາຍ – ປາກເກງ ເມືອງປາກແຊງ 6 ຊຸດ. ນອກນັ້ນ, ຍັງມີສະບູ, ໄມ້ຖູແຂ້ວ, ຢາສີແຂ້ວ ແລະ ຈອກ ໃຫ້ແຕ່ລະໂຮງຮຽນເພື່ອໄປແຈກຢາຍໃຫ້ນ້ອງນັກຮຽນ ຈຳນວນ 2.000 ກວ່າຊຸດຕື່ມອີກ ເຊິ່ງມູນຄ່າທັງໝົດ 20 ພັນໂດລາ.