ແຂວງບໍ່ແກ້ວ ມອບ – ສົ່ງແຮງງານມຽນມາ 100 ກວ່າຄົນກັບຄືນປະເທດ

102

ແຂວງບໍ່ແກ້ວ ຈັດພິທີມອບ – ສົ່ງແຮງງານມຽນມາ ທີ່ອາໄສຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ 125 ຄົນ ຍິງ 51 ຄົນ ກັບຄືນປະເທດ ໃນວັນທີ 8 ພຶດສະພາ 2020 ຢູ່ດ່ານບ້ານມອມ ເມືອງຕົ້ນເຜິ້ງ ຕາມການສະເໜີຂອງລັດຖະບານມຽນມາ ກໍຄືໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫຼັກ ເພື່ອນຳແຮງງານກັບຄືນປະເທດໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ – 19.

ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ ໄດ້ໃຫ້ຮູ້ວ່າ: ການມອບ – ສົ່ງແຮງງານດັ່ງກ່າວແມ່ນປະຕິບັດຕາມຈຸດປະສົງຂອງລັດຖະບານມຽນມາ ກໍຄືໜັງສືສະເໜີຂອງເຈົ້າແຂວງ ທ່າຂີ້ເຫຼັກ ໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາ ທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ສປປ ລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວໄດ້ເຮັດໃຫ້ໂຮງຈັກ – ໂຮງງານ ແລະ ບໍລິສັດຕ່າງໆໄດ້ຢຸດດຳເນີນກິດຈະການຊົ່ວຄາວ. ສະເພາະຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ມີແຮງງານມຽນມາ ອາໄສຢູ່ປະມານ 3.000 – 4.000 ຄົນ ແລະ ໄລຍະດໍາລົງຊີວິດຢູ່ແຂວງບໍ່ແກ້ວນີ້ ອຳນາດການປົກຄອງແຕ່ລະຂັ້ນກໍໄດ້ອຳນວຍຄວາມສະດວກ ແລະ ໃຫ້ໂອກາດແກ່ແຮງງານມຽນມາ ໃນການທຳມາຫາກິນມາອອກແຮງງານ, ໃຫ້ຄວາມສຳຄັນແກ່ເຂົາເຈົ້າໃນການຄຸ້ມຄອງດູແລ ແລະ ໄດ້ໃຫ້ເຂົາເຈົ້າເຂົ້າເຖິງການສຶກສາ, ສາທາລະນະສຸກ ເປັນຕົ້ນການປ້ອງກັນພະຍາດໄຂ້ເລືອດອອກ, ພະຍາດອະຫິວາ ແລະ ພະຍາດອື່ນໆ ໂດຍບໍ່ໄດ້ເສຍຄ່າຄືກັນກັບປະຊາຊົນລາວ.

ສຳລັບແຮງງານທີ່ມອບ – ສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນມອບໃຫ້ແຂວງທ່າຂີ້ເຫຼັກ ນຳໄປຄຸ້ມຄອງເບິ່ງແຍງຕາມກົດໝາຍຂອງ ສສ ມຽນມາ ໃນໄລຍະທີ່ສອງປະເທດພວກເຮົາ ກໍຄືເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເມືອງທ່າຂີ້ເຫຼັກ ແຂວງທ່າຂີ້ເຫຼັກ ກຳລັງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ຢ່າງເຂັ້ມງວດ.