ເຈົ້າແຂວງອັດຕະປື ຊຸກຍູ້ການຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ

79

ວັນທີ 7 ພຶດສະພາ 2020 ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ – ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ອໍານາດການປົກຄອງເມືອງສະໜາມໄຊ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ເຂດຟື້ນຟູພື້ນທີ່ການຜະລິດທີ່ໄດ້ຮັບຜົນກະທົບຈາກຄູກັນນໍ້າຂອງເຂື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍແຕກໃນໄລຍະຜ່ານມາ ເປັນຕົ້ນແມ່ນການຟື້ນຟູດິນນາ, ດິນສວນ, ຄອງຊົນລະປະທານ ລວມທັງການບຸກເບີກເນື້ອທີ່ການຜະລິດໃໝ່ ເພື່ອຕອບສະໜອງເນື້ອທີ່ການຜະລິດໃຫ້ປະຊາຊົນໄດ້ຢ່າງພຽງພໍ, ສາມາດລົງມືຜະລິດໃຫ້ທັນກັບລະດູການ ແລະ ສາມາດຜະລິດເປັນສິນຄ້າໄດ້ໃຫ້ຫຼາຍຂຶ້ນ.

ການລົງເຄື່ອນໄຫວຄັ້ງນີ້ໄດ້ຢ້ຽມຢາມຈຸດຟື້ນຟູດິນນາໃຫ້ປະຊາຊົນຢູ່ເຂດດອນບົກ – ທ່າແສງຈັນ, ເບິ່ງຈຸດຟື້ນຟູປັບປຸງຊົນລະປະທານຫ້ວຍສະໝອງ ແລະ ໄດ້ລົງມອບແນວພັນເຂົ້າໃຫ້ແກ່ປະຊາຊົນຢູ່ສູນພັກເຊົາບ້ານປິນດົງ ໃນເບື້ອງຕົ້ນ ຈໍານວນ 4 ໂຕນ.

ໂອກາດການລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ – ເຈົ້າແຂວງອັດຕະປື ໄດ້ຮຽກຮ້ອງ ແລະ ໃຫ້ທິດຊີ້ນໍາແກ່ອໍານາດການປົກຄອງເມືອງສະໜາມໄຊ ໃຫ້ເພີ່ມທະວີເອົາໃຈໃສ່ຊຸກຍູ້ຕິດຕາມວຽກງານແກ້ໄຂ ແລະ ຟື້ນຟູຜົນກະທົບຈາກເຂື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍແຕກ ເພື່ອໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ໂດຍໄວ, ເອົາໃຈໃສ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໄດ້ມີອາຊີບ, ໄດ້ລົງມືເຮັດການຜະລິດທັນລະດູການ, ເຂົ້າຮ່ວມກຸ່ມການຜະລິດ ແລະ ຜະລິດໃຫ້ຫຼາຍຂຶ້ນກາຍເປັນສິນຄ້າ ເພື່ອໃຫ້ປະຊາຊົນສາມາດກຸ້ມຕົນເອງໄດ້ ແລະ ໄດ້ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນກວ່າເກົ່າ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ ໂດຍສະເພາະສະພາບລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດແບບຜິດກົດໝາຍ ເຊິ່ງໃຫ້ອໍານາດການປົກຄອງເມືອງເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ປະຕິບັດຕາມຂັ້ນຕອນ ແລະ ລະບຽບກົດໝາຍ ເພື່ອໃຫ້ປາກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ.