ເຈົ້າເມືອງອາດສະພອນ ລົງຕິດຕາມກວດກາການບຸກເບີກບ້ານຈັດສັນໃໝ່ເຂດຫ້ວຍງົວຄໍາດົງຂັນຄໍາ

256

ທ້າຍອາທິດຜ່ານມາການນຳຂອງເມືອງອາດສະພອນ ເຊິ່ງນໍາໂດຍ ທ່ານ ຄໍາແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ໄດ້ລົງຕິດຕາມເບິ່ງການບຸກເບີກບ້ານຈັດສັນໃໝ່ ເຂດຫ້ວຍງົວຄຳດົງຂັນຄຳ ທີ່ຂຶ້ນກັບຈຸດສຸມນາເລົ່າ.

ເຂດຈັດສັນບ້ານໃໝ່ຫ້ວຍ ງົວຄໍາດົງຂັນຄໍາ ແມ່ນຢູ່ຫ່າງຈາກຫ້ອງການຈຸດສຸມນາເລົ່າ ໄປທາງທິດຕາເວັນອອກປະມານ 15 ກິໂລແມັດ ໂດຍເຂດຈັດສັນໃໝ່ດັ່ງກ່າວນີ້ໄດ້ປະຕິບັດຕາມແຜນພັດທະນາທີ່  ພັກ – ລັດໄດ້ວາງໄວ້ ເພື່ອເປັນການຈັດສັນພູມລຳເນົາຄືນໃໝ່ ເພື່ອໃຫ້ມີຄວາມແທດເໝາະ ແລະ ມີຄວາມສະດວກສະບາຍໃນການພັດທະນາເສດຖະກິດ – ສັງຄົມ ກໍຄືການຍົກສູງສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນໃນເຂດບ້ານເປົ້າໝາຍໃຫ້ດີຂຶ້ນກວ່າເກົ່າ ເຊິ່ງມີແຜນຍົກຍ້າຍຄອບຄົວປະຊາຊົນມາຢູ່ໃໝ່ ຄື: ບ້ານຫ້ວຍງົວຄໍາ, ຊ້າງແຕ້ມ, ກະຕ່ອງ ແລະ ບ້ານບຸ່ງ ເຊິ່ງລວມມີທັງໝົດ 133 ຄອບຄົວ, ມີຈໍານວນຄົນ 654 ຄົນ ຍິງ 304 ຄົນ, ປັດຈຸບັນໄດ້ມີ 60 ຄອບຄົວ ທີ່ໄດ້ຍົກຍ້າຍມາຢູ່ເຂດຈັດສັນດັ່ງກ່າວ ທີ່ທາງຄະນະກໍາມະການຈັດສັນພູມລໍາເນົາຂັ້ນເມືອງໄດ້ຈັດສັນໄວ້ໃຫ້. ໃນນີ້, ບ້ານຫ້ວຍງົວຄໍາ ມີ 24 ຄອບຄົວ, ບ້ານຊ້າງແຕ້ມ 12 ຄອບຄົວ, ບ້ານກະຕ່ອງ 6 ຄອບຄົວ ແລະ ບ້ານບຸ່ງ 16 ຄອບຄົວ; ສ່ວນຄອບຄົວ ແລະ ປະຊາຊົນທີ່ຍັງເຫຼືອ ທາງເມືອງຈະໄດ້ສືບຕໍ່ປຸກລະດົມຊຸກຍູ້ໃຫ້ເຂົາເຈົ້າຍົກຍ້າຍມາຢູ່ຕາມແຜນທີ່ວາງໄວ້ ເຊິ່ງນອກຈາກຄອບຄົວໃນບ້ານເປົ້າໝາຍແລ້ວ ບ້ານອ້ອມຂ້າງຕ່າງໆກໍສາມາດຍົກຍ້າຍມາອາໄສຢູ່ໄດ້ ຕາມທີ່ທາງຄະນະຈັດສັນໄດ້ກໍານົດໄວ້ໃຫ້ໃນເນື້ອທີ່ທັງໝົດ 46,2 ເຮັກຕາ, ທີ່ມີມູນຄ່າການບຸກເບີກເນື້ອ  ທີ່ດັ່ງກ່າວທັງໝົດ 4,9 ຕື້ກວ່າກີບ.

ຂ່າວ: ເມືອງອາດສະພອນ