ເມ ຈັນນະພາ ກັບບົດບາດການເປັນພິທີກອນດ່ຽວ ເປີດໂຕພຣີເຊັນເຕີແບຣນເສື່ອນອນ Kinglike

67

ໜຶ່ງບຸກຄົນທີ່ໂດດເດັ່ນ ໃນກອງປະກວດ ນອກຈາກຈະງາມແລ້ວ ຄວາມສາມາດເຕັມໂຕ ໂດຍສະເພາະການປາກເວົ້າ ທີ່ບໍ່ທັນຈົບການປະກວດ, ແຕ່ວຽກງານເຕັມເດີ້
ຢ່າງ ສາວຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020 MVT 19 ຈັນນະພາ ນວນແສງສີ ຫຼື ເມ

ຖ້າຫຼາຍຄົນຕິດຕາມກໍຈະຮູ້ຈັກ ແລະ ເຫັນສາວ ເມ ຄົນນີ້ໃນການລີວິວເຄື່ອງສຳອາງ, ຂາຍເສື້ອຜ້າ ແລະ ຫຼ້າສຸດ ສາວ ເມ ຈັນນະພາ ໄດ້ເປັນພິທີກອນດ່ຽວ ເປີດໂຕພຣີເຊັນເຕີແບຣນເສື່ອນອນ Kinglike ເສື່ອນອນ ມາດຕະຖານສາກົນ ສຸດຍອດເລີຍ!

ໄດ້​ສຳ​ພາດ​ສາວ​ມິມີ່ ພູນຊັບ ພົນໂຍທາ Miss international lao 2017 ພ້ອມ

ເມ ຈັນນະພາ ນວນແສງສີ MVT19 ຢູ່ບ້ານຄໍາຮຸ່ງ ເມືອງ ໄຊທານີ, ອາຍຸ 19 ປີ ອາໄສຢູ່ກັບພໍ່ແມ່ ແລະ ນ້ອງຊາຍຄົນໜຶ່ງ.

ເມ ເປັນສາວງາມທີ່ບໍ່ມີສະເພາະຄວາມງາມ ແຕ່ມາພ້ອມທັກສະໃນການປາກເວົ້າທີ່ດີ ສ້າງຄວາມປະທັບໃຈໃນການໂຊຄວາມສາມາດການເປັນພິທີກອນ ໄດ້ຮັບຄໍາຍ້ອງຍໍ ແລະ ສຽງຕົບມືຈາກກໍາມະການ, ຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍມື້ຄັດເລືອກເຂົ້າຮອບໃນການປະກວດ.

ນັບວ່າເປັນພອນສະຫວັນ, ຄວາມສາມາດ ບວກກັບບຸຂະລິກ ແຖມໜ້າຕາດີສົ່ງເສີມກັນເຮັດໃຫ້ລາວເຮົາກຳລັງຈະແຈ້ງເກີດພິທີກອນຄົນງາມອີກໜຶ່ງນ້ອງ ຝາກຕິດຕາມກອງປະກວດ ແລະ ສາວເມໄດ້

ຜົນງານດ້ານວົງການບັນເທີງທີ່ຜ່ານມາ ເມ ເຄີຍເດີນແບບ ຖ່າຍແບບ ຖ່າຍ MV ຮັບງານອີເວັ້ນຕ່າງໆໂດຍສະເພາະແມ່ນການເປັນ MC ນອກຈາກນັ້ນ ນ້ອງກໍຍັງມັກເຮັດກິດຈະກໍາຕ່າງໆຢູ່ສະເໝີບໍ່ວ່າຈະໃນ ຫຼື ນອກໂຮງຮຽນ.

ເປົ້າໝາຍຊີວິດຂອງນ້ອງແມ່ນຢາກມີວຽກເຮັດງານທໍາທີ່ໝັ້ນຄົງແລະເບິ່ງແຍງພໍ່ແມ່ໄດ້

ເຄັດລັບໃນການຮັກສາສຸຂະພາບຂອງນ້ອງກໍຄືການພັກຜ່ອນໃຫ້ພຽງພໍ ກິນອາຫານທີ່ມີປະໂຫຍດ ດື່ມນໍ້າາຫຼາຍໆ ແລະ ອອກກໍາລັງກາຍເປັນປະຈໍາ ເວລາວ່າງນ້ອງມັກຈະອ່ານໜັງສື ແລະ ຟັງເພງ ສໍາລັບຜູ້ຊາຍໃນສະເປັກຂອງນ້ອງແມ່ນຈະຕ້ອງເປັນຄົນທີ່ຮັກຄອບຄົວຂອງເຂົາແລະເຂົ້າກັບຄອບຄົວຂອງນ້ອງໄດ້.

ຈາກ: MissVientiane