28 ມື້ລຽນຕິດລາວບໍ່ພົບຜູ້ຕິດເຊື້ອໃໝ່! ສ່ວນຄົນເຈັບຍັງຢູ່ໂຮງໝໍ ພຽງ 6ຄົນ

94

ນັບວ່າເປັນຂ່າວດີ 28 ມື້ລຽນຕິດ ຫຼັງສາທາອອກມາຢືນຢັນ ມື້ນີ້ ວັນທີ 10 ພຶດສະພາ 2020 ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດຜູ້ຕິດເຊື້ອຄົງທີ່19 ຄົນ, ຂະນະດຽວກັນປິ່ນປົວຫາຍດີອອກໂຮງໝໍແລ້ວ 13 ຄົນ, ຍັງສືບຕໍ່ຕິດຕາມອາການຢູ່ໂຮງໝໍຕໍ່ອີກ 6 ຄົນ.


ໃນວັນທີ 10 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.


ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 9 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 279 ຄົນ, ໃນນັ້ນ ມີກໍລະນີສົງໄສ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 161 ຄົນ ແລະ ແຮງງານຈີນທີ່ເຂົ້າມາລາວ 91 ຄົນ. ເຊິ່ງຜົນກວດທັງໝົດຂອງແຮງງານຈີນ ແລະ ລາວ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 9 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 9 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3.187 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (28 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ດ້ານການຕິດຕາມປິ່ນປົວຄົນເຈັບ ປັດຈຸບັນນີ້ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜື່ງອາທິດຕໍ່ໜ້າ.