ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມຂຶ້ນຫຼາຍທີ່ສຸດໃນຮອບ 1 ເດືອນ ຜ່ານມາ

99

ລັດຖະບານເກົາຫຼີໃຕ້ ຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມອີກ 34 ຄົນ ເມື່ອວັນອາທິດ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 9 ເມສາ ທ່າມກາງຄວາມກັງວົນຂອງທຸກໆຝ່າຍກ່ຽວກັບການແຜ່ລະບາດຮອບ 2 ຫຼັງຈາກກວດພົບກໍລະນີຢູ່ໃນສະຖານບັນເທີງ ໃນນະຄອນຫຼວງໂຊ .

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ  ປະເທດເກົາຫຼີໃຕ້ ເມື່ອວັນອາທິດ ທີ 10 ພຶດສະພາ ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດ ເຄຊີດີຊີ (KCDC) ຖະແຫຼງການ​ເມື່ອວັນອາທິດ ເປັນການລາຍງານປະຈຳວັນຂອງສະຖານະການໂຄວິດ-19 ວ່າ ຜູ້ເສຍຊີວິດສະສົມຍັງຄົງທີ່ 256 ຄົນ ແຕ່ສະຖິຕິຜູ້ປ່ວຍສະສົມເພິ່ມຂຶ້ນຢ່າງໜ້ອຍ 10.874 ຄົນ ຫຼັງຈາກຢືນຢັນພົບຜູ້ປ່ວຍໃໝ່ 34 ຄົນ ຖືວ່າເປັນສະຖິຕິກວດພົບຜູ້ປ່ວຍປະຈຳວັນສູງທີ່ສຸດ ຕັ້ງແຕ່ວັນທີ 9 ເມສາ ຜ່ານມາ ສ່ວນປິ່ນປົວເຊົາແລ້ວເພິ່ມຂຶ້ນຢ່າງໜ້ອຍ 9.610 ຄົນ.

ທັງນີ້, ຈາກຈຳນວນຜູ້ປ່ວຍໃໝ່ກຸ່ມຫຼ້າສຸດ ແບ່ງເປັນການເດີນທາງມາຈາກຕ່າງປະເທດ 8 ຄົນ ສ່ວນ 26 ຄົນ ຕິດເຊື້ອພາຍໃນປະເທດ ໃນນັ້ນ 14 ຄົນ ອາໄສຢູ່ນະຄອນຫຼວງໂຊ . ຢ່າງໃດກໍ່ຕາມ, ລາຍງານຂອງ ເຄຊີດີຊີ  ບໍ່ໄດ້ໃຫ້ລາຍລະອຽດວ່າ ເປັນການຕິດເຊື້ອຈາກຜູ້ປ່ວຍຊາຍ ອາຍຸ 29 ປີ ທີ່ເຂົ້າໄປໃຊ້ບໍລິການສະຖານທີ່ບັນເທີງຕອນກາງຄືນ ໃນເຂດອີແທວອນ ກາງນະຄອນຫຼວງໂຊ  ເມື່ອ ທ້າຍອາທິດກ່ອນ ຫຼື ບໍ່. ແຕ່ສູນເຄຊີດີຊີ ຢືນຢັນໃນລາຍງານເມື່ອວັນສຸກ ຜ່ານມາ ວ່າ ພົບຜູ້ຕິດເຊື້ອໃໝ່ຢ່າງໜ້ອຍ 15 ຄົນ ທີ່ເຊື່ອມໂຍງກັບກໍລະນີໃນເຂດອີແທວອນ.

ປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ກ່າວວ່າ ໄດ້ຕິດຕາມສະຖານະການຕິດເຊື້ອໂຄວິດ-19 ຢູ່ສູນກາງການແຜ່ລະບາດແຫ່ງໃໝ່ຄືສະຖານທີ່ບັນເທິງໃນເຂດອີແທວອນ ແລະ ຮຽກຮ້ອງໃຫ້ປະຊາຊົນບໍ່ຕ້ອງກັງວົນ ເນື່ອງຈາກສະຖານະການດັ່ງກ່າວ ເກີດຂຶ້ນໄດ້ບໍ່ດົນ ຫຼັງຈາກລັດຖະບານເລິ່ມຜ່ອນຄາຍມາດຕະການທາງສັງຄົມ.

ອີກປະການໜຶ່ງ ລັດຖະບານເກົາຫຼີໃຕ້ ໄດ້ຂໍ “ຄວາມຮ່ວມມື” ກັບບັນດາສະຖານທີ່ບັນເທິງຍາມກາງຄືນທົ່ວປະເທດ ໃຫ້ປິດບໍລິການໄລຍະ 1 ເດືອນ ອີງຕາມມາດຕະການເຝົ້າລະວັງພະຍາດ ແຕ່ເທສະບານນະຄອນຫຼວງໂຊ ໃຊ້ມາດຕະການທີ່ເຂັ້ມງວດກວ່າ ໂດຍສັ່ງປິດສະຖານທີ່ບັນເທີງທຸກແຫ່ງໃນພື້ນທີ່ “ແບບບໍ່ມີກຳນົດ” ຕັ້ງແຕ່ຄືນວັນເສົາ ຜ່ານມາ.