ບຣາຊິລມີຜູ້ເສຍຊີວິດຈາກໂຄວິດ-19 ກວ່າ 10 ພັນຄົນ

157

ຜູ້ເສຍຊີວິດຈາກເຊື້ອໄວຣັສໂຄວິດ-19 ໃນປະເທດບຣາຊິລ ເພິ່ມຂຶ້ນຫຼາຍກວ່າ 10 ພັນຄົນ ຫຼາຍທີ່ສຸດໃນອາເມຣິກາໃຕ້ ດ້ານວາລະສານດ້ານການແພດທີ່ມີຊື່ສຽງຕຳໜິປະທານາທິບໍດີຊາອີ ໂບລໂຊນາໂຣ ບໍລິຫານຈັດການຜິດພາດ.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດບຣາຊິລ ເມື່ອວັນເສົາ ທີ 9 ພຶດສະພາ ວ່າ ກະຊວງສາທາລະນະສຸກຂອງປະເທດບຣາຊິລ ຖະແຫຼງການເມື່ອວັນເສົາ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ສະຖິຕິຜູ້ປ່ວຍສະສົມ 155.939 ຄົນ ເພິ່ມຂຶ້ນ 10.047 ຄົນ ແລະ ປິ່ນປົວເຊົາແລ້ວ 59.297 ຄົນ.

ຂະນະທີ່ ໃນຮອບ 24 ຊົ່ວໂມງ ຜ່ານມາ ຍັງມີການຢືນຢັນຜູ້ເສຍຊີວິດອີກ 635 ຄົນ ເພິ່ມສະຖິຕິຜູ້ເສຍຊີວິດສະສົມ 10.627 ຫຼາຍທີ່ສຸດໃນອາເມຣິກາໃຕ້ ແລະ ຢູ່ 1 ໃນ 6 ປະເທດ ທີ່ມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄວິດ-19 ຫຼາຍກວ່າ 10 ພັນຄົນ ຕໍ່ຈາກສະຫະລັດ, ສະເປນ, ອີຕາລີ, ອັງກິດ ແລະ ຝຣັ່ງ.

ດ້ານບົດຄວາມຈາກບັນນາທິການຂອງວາລະສານດ້ານການແພດແລນເຊັດ “The Lancet” ສະບັບປະຈຳອາທິດຜ່ານມາ ໄດ້ຂຽນວ່າ ປັດຈຸບັນປະເທດບຣາຊິລກຳລັງເປັນໜຶ່ງໃນ “ພື້ນທີ່ແດງ” ຈາກວິກິດການໂຄວິດ-19 ເນື່ອງຈາກໜ່ວຍງານທີ່ກ່ຽວຂ້ອງພະຍາຍາມໃຊ້ມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ໂດຍສະເພາະການປິດເມືອງ ແລະ ໃຫ້ປະຊາຊົນ ຮັກສາໄລຍະທາງສັງຄົມ ແຕ່ຍັງມີຄົນຈຳນວນຫຼາຍບໍ່ປະຕິບັດຕາມ.

ນອກຈາກນີ້, ໃນເນື້ອໃນຍັງຕຳໜິວ່າ ຄວາມວຸ້ນວາຍດ້ານການເມືອງທີ່ເກີດຈາກປະທານາທິບໍດີຊາອີ ໂບລໂຊນາໂຣ ໄດ້ສ້າງຜົນກະທົບໄປທົ່ວສັງຄົມບຣາຊິລ ທ່ານຜູ້ນຳ “ຄວນປັບປຸງຕົນເອງ” ຫຼື ຖ້າບໍ່ດັ່ງນັ້ນຜູ້ນຳປະເທດບຣາຊິລ “ອາດຈະເປັນຄົນຕໍ່ໄປທີ່ຖືກຂັບໄລ່ອອກຈາກຕຳແໜ່ງ” ຂະນະທີ່ ທ່ານໂບລໂຊນາໂຣ ໄດ້ກ່າວເຖິງບົດຄວາມຂອງວາລະສານແລນເຊັດ ວ່າ ຕົນຂໍໂທດກັບທຸກໆສະຖານະການທີ່ເກີດຂຶ້ນພາຍໃນປະເທດ