ສສກ ໃຫ້ຜູ້ປົກຄອງ-ນັກຮຽນຕິດຕາມຊົມການຮຽນການສອນ ຜ່ານຊ່ອງດາວທຽມຊ່ອງ 8

361

ໄລຍະໂຈະການຮຽນ-ການສອນ ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ -19 ນີ້, ເພື່ອໃຫ້ນັກຮຽນໄດສຶກສາຮ່ຳຮຽນຢ່າງຕໍ່ເນື່ອງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຜະລິດສື່ ການຮຽນການສອນສໍາລັບຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາ ໄດ້ເລີ່ມທົດລອງອອກອາກາດ ແຕ່ວັນທີ 9 ພຶດສະພາ 2020 ເປັນຕົ້ນໄປ ໃນຊ່ອງ Lao ESTV ຊ່ອງ 8 ຂອງບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ໃນທຸກໆວັນ ແຕ່ວັນຈັນເຖິງວັນອາທິດ, ເລີ່ມແຕ່ເວລາ 6 ໂມງເຊົ້າເຖິງ ເວລາ 22 ໂມງກາງຄືນ.

ອີງຕາມ ແຈ້ງການຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ເລກທີ 1294/ຫກ ລົງວັນທີ 8 ພຶດສະພາ 2020 ເຖິງ ທ່ານຫ້ອງການ, ຫົວຫນ້າກົມ, ສະຖາບັນ ແລະ ສູນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ທ່ານຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ທ່ານ ປະທານສະມາຄົມການສຶກສາພາກເອກະຊົນ – ຜູ້ອໍານວຍການສະຖານການສຶກສາທັງພາກລັດ ແລະ ເອກະຊົນ,ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ກ່ຽວກັບການ ຕິດຕາມຊົມລາຍການໂທລະພາບສຶກສາ ແລະ ກິລາ ຜ່ານຊ່ອງດາວທຽມ Lao ESTV ຊ່ອງ 8 ອີງຕາມ ຄໍາເຫັນຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງວັນທີ 29 ເມສາ 2020 ກ່ຽວກັບການອະນຸມັດອອກອາກາດທົດລອງໂທລະພາບສຶກສາ ແລະ ກິລາ.

ຫ້ອງການກະຊວງສຶກສາທິການ ແລະ ກິລາຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ ໂທລະພາບສຶກສາ ແລະ ກິລາ ເຊິ່ງເປັນ ຊ່ອງໂທລະພາບຜ່ານດາວທຽມສະເພາະຂອງກະຊວງສຶກສາທິການ ແລະ ກິລາ ຈະໄດ້ທົດລອງອອກອາກາດ ເລີ່ມ ແຕ່ວັນທີ 9 ພຶດສະພາ 2020 ເປັນຕົ້ນໄປ ໃນຊ່ອງ Lao ESTV ຊ່ອງ 8 ຂອງບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ໃນທຸກໆວັນ ແຕ່ວັນຈັນເຖິງວັນອາທິດ, ເລີ່ມແຕ່ເວລາ 6 ໂມງເຊົ້າເຖິງ ເວລາ 22 ໂມງກາງຄືນ.

ລາຍການຕົ້ນຕໍທີ່ຈະອອກອາກາດໃນໄລຍະທົດລອງ ແມ່ນການຮຽນການສອນສໍາລັບຊັ້ນປະຖົມ ແລະ ຊັ້ນ ມັດທະຍົມສຶກສາ, ລາຍການກິລາກາຍຍະກໍາ, ສິລະປະວັນນະຄະດີ, ສາລະຄະດີ, ຂ່າວ ແລະ ອື່ນໆ. ກະລຸນາຕິດຕາມ ຕາຕະລາງອອກອາກາດໂທລະພາບສຶກສາ ແລະ ກິລາໃນລາຍລະອຽດໄດ້ທີ່ເວັບໄຊ www.moes.edu.la/ries ຫຼື ທີ່ປະກາດອອກໃນລາຍການໂທລະພາບສຶກສາ ແລະ ກິລາໃນແຕ່ລະວັນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຂໍເຊີນຊວນທຸກໆທ່ານ ຈົ່ງໄດ້ຕິດຕາມຊົມ ພ້ອມທັງແຈ້ງຕໍ່ໃຫ້ຄູ ແລະ ນັກຮຽນຕິດຕາມການຮຽນຜ່ານທາງໂທລະພາບສຶກສາ ແລະ ກິລາດັ່ງກ່າວ. ໃນໄລຍະອອກອາກາດທົດລອງນີ້, ຖ້າທ່ານ ມີຄໍາຄິດຄໍາເຫັນປະການໃດ ກະລຸນາສົ່ງຂ່າວໄປຍັງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເບີໂທ 021 213161, ກະຊວງສຶກສາທິການ ແລະ ກິລາ ເພື່ອຈະໄດ້ປັບປຸງໃຫ້ລາຍການດີຂຶ້ນໃນຂັ້ນຕໍ່ໄປ.