ຂ່າວດີ 26 ມື້ລຽນຕິດ! 8 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ພ້ອມລຸ້ນຂ່າວດີ ຄົນເຈັບຈະໄດ້ອອກໂຮງໝໍເພີ່ມຫຼັງກວດບໍ່ພົບເຊື້ອ 6ຄົນ

88

ໄດ້ຟັງຂ່າວດີມາເກືອບເດືອນແລ້ວ ໂດຍມາຮອດມື້ນີ້ ກະຊວງສາທາ ຢືນຢັນ ຖືເປັນມື້ທີ 26 ທີ່ ສປປ ລາວ ບໍ່ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ສ່ວນຄົນເຈັບໃນໂຮງໝໍຍັງ 10ຄົນແມ່ນອາການເບົາບາງ, ພ້ອມລຸ້ນຂ່າວດີຈະໄດ້ມີຄົນເຈັບອອກໂຮງໝໍເພີ່ມ ຫຼັງກວດບໍ່ພົບເຊື້ອຄັ້ງທີ 1ແລ້ວ ຈໍານວນ 6 ຄົນ ແລະ ລໍຖ້າກວດຄືນອີກຄັ້ງທີ 2 ຫາກບໍ່ພົບເຊື້ອກໍ່ຈະໄດ້ກັບບ້ານໄປຈໍາກັດບໍລິເວນຕໍ່ຢູ່ເຮືອນອີກ 14ວັນ.

ໃນວັນທີ 8 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 7 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 129 ຄົນ, ໃນນັ້ນ ມີກໍລະນີສົງໄສ 12 ຄົນ, ຜູ້ຕິດເຊື້ອທີ່ອອກໂຮງໝໍຢູ່ແຂວງຫຼວງພະບາງ 2 ຄົນ ແລ້ວກັບມາກວດຄືນ, ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 10 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ. ຜົນກວດທັງໝົດ 129 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອ.  ໝາຍຄວາມວ່າໃນວັນທີ 7 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 7 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.733 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (26 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ສ່ວນການຕິດຕາມປິ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ, ໄດ້ເກັບຕົວຢ່າງມາກວດຄືນ ເຫັນວ່າ 6 ຄົນບໍ່ພົບເຊື້ອ ແລະ ມື້ນີ້ຈະໄດ້ເກັບຕົວຢ່າງມາກວດເປັນຄັ້ງທີ່ 2 ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງຈະພິຈາລະນາໃຫ້ອອກໂຮງໝໍ ໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ.