7 ພຶດສະພາ ເກີດເຫດແຜ່ນດິນໄຫວຢູ່ວັງວຽງ ຄວາມແຮງ 2,7ຣິກເຕີ

126

ລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ວ່າໃນວັນທີ 7 ພຶດສະພາ 2020 ເກີດມີເຫດແຜ່ນດິນໄຫວຢູ່ 2ບ້ານ ໃນເມືອງເມືອງວັງວຽງ ແຂວງວຽງຈັນ ດ້ວຍຄວາມແຮງສັ່ນສະເທືອນ 2,7ຣິກເຕີ ແຕ່ຖືວ່າໂຊກດີທີ່ເຫດແຜ່ນດິນໄຫວໃນຄັ້ງນີ້ມີຂະໜາດນ້ອຍ ຈຶ່ງບໍ່ມີຜົນເສຍຫາຍຫຍັງ.

ພາບປະກອບຂ່າວເທົ່ານັ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ:  ເກີດແຜ່ນດິນໄຫວ ໃນວັນທີ 7 ພຶດສະພາ 2020 ໃນເວລາ 18 ໂມງ 12 ນາທີ, ໄດ້ເກີດມີແຜ່ນດິນໄຫວເກີດຂຶ້ນ ຈໍານວນ 1 ຄັ້ງ ບໍລິເວນເຂດບ້ານ ວຽງໄຊ-ນາຫຼວງ, ເມືອງ ວັງວຽງ ແຂວງ ວຽງຈັນ, ເຊິ່ງມີຈຸດສູນກາງຢູ່ເສັ້ນຂະໜານທີ 18.45 ອົງສາເໜືອ ແລະ ເສັ້ນແວງທີ 102.18 ອົງສາຕາເວັນອອກ ຄວາມແຮງສັ່ນສະເທື່ອນວັດແທກໄດ້ 2.7 ຣິກເຕີ, ເຊິ່ງເລິກຈາກໜ້າດິນປະມານ 3 ກິໂລແມັດ.

ແນວໃດກໍ່ຕາມ, ການເກີດແຜ່ນດິນໄຫວໃນຄັ້ງນີ້ ເປັນແຜ່ນດິນໄຫວຂະໜາດນ້ອຍ ສະນັ້ນຈຶ່ງເຮັດໃຫ້ບໍ່ໄດ້ຮັບຜົນເສຍຫາຍ.

 

 

ພາບປະກອບຂ່າວເທົ່ານັ້ນ