ຍທຂ ໄຊຍະບູລີ ໂຍກຍ້າຍ-ແຕ່ງຕັ້ງພະນັກງານຫຼັກແຫຼ່ງກວ່າ 10 ຕໍາແໜ່ງ

160

ການປະກາດພະນັກງານອອກພັກຮັບອຸດໜູນບໍານານ ແລະ ໂຍກຍ້າຍ-ແຕ່ງຕັ້ງພະນັກງານຫຼັກແຫຼ່ງພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພານີ້ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ. ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະພະແນກ, ອໍານວຍການລັດວິສາຫະກິດ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ.

ໃນພິທີ ທ່ານ ສາຍສະໝອນ ພົມມະຂັນ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 457/ຈຂຊຍ ແລະ ເລກທີ 458/ຈຂຊຍ, ລົງວັນທີ 5 ພຶດສະພາ 2020 ວ່າດ້ວຍການອະນຸມັດໃຫ້ ທ່ານ ບຸນທະວີ ໂພທິລັກ ຮອງຫົວໜ້າພະແນກ ຍທຂ ແຂວງພັກຜ່ອນລໍຖ້າຮັບອຸດໜູນບໍານານແຕ່ເດືອນພຶດສະພາ ປີ 2020 ເປັນຕົ້ນໄປ, ຕົກລົງອະນຸມັດໃຫ້ທ່ານ ສົມຫວັງ ພິລາຈັນ ຮອງຫົວໜ້າຂະແໜງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ອອກພັກການ-ຮັບອຸດໜູນບໍານານ.

ຈາກນັ້ນ ທ່ານ ຈັນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການໂຍກຍ້າຍ, ແຕ່ງຕັ້ງພະນັກງານຫຼັກແຫຼ່ງພາຍໃນພະແນກ ຍທຂ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ບຸນມາ ບຸນຊູຮັກ ຫົວໜ້າຂະແໜງແຜນການງົບປະມານ ແລະ ສະຖິຕິຂຶ້ນເປັນຮອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ, ໂຍກຍ້າຍ ແລະ ແຕ່ງຕັ້ງ ທ່ານ ບຸນແນນ ຍົງວົງສິດທິ ຫົວໜ້າຂະແໜງຄຸ້ມຄອງເຄຫາຜັງເມືອງ ໄປຮັບໜ້າທີ່ໃໝ່ເປັນຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ, ແຕ່ງຕັ້ງ ທ່ານ ທະນູສິນ ວິໄລສັກ ຫົວໜ້າຂະແໜງຂົວທາງ ເປັນຫົວໜ້າຂະແໜງແຜນການ ງົບປະມານ ແລະ ສະຖິຕິ.

ແຕ່ງຕັ້ງ ທ່ານ ວິລັກ ສີສົມລັກ ຮອງຂະແໜງຄຸ້ມຄອງເຄຫາຜັງເມືອງ ຂຶ້ນເປັນຫົວໜ້າຂະແໜງຄຸ້ມຄອງເຄຫາຜັງເມືອງ, ແຕ່ງຕັ້ງ ທ່ານ ວິຈິດ ຂັນທະຈັກ ຮອງຫົວໜ້າຂະແໜງຂົວທາງຂຶ້ນເປັນຫົວໜ້າຂະແໜງຂົວທາງ, ແຕ່ງຕັ້ງ ທ່ານ ບຸນຍົງ ທ່າວ ວິຊາການຂຶ້ນເປັນຮອງຂະແໜງຂົວທາງ, ແຕ່ງຕັ້ງ ທ່ານ ແສງທຽນ ພີມມະລັດ ວິຊາການຂະແໜງຈັດຕັ້ງ-ບໍລິຫານ ຂຶ້ນເປັນຮອງຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ, ແຕ່ງຕັ້ງ ທ່ານ ສຸພາບ ແສງກັນນາລີ ວິຊາການ ຂຶ້ນເປັນຮອງຫົວໜ້າຂະແໜງຂົວທາງ.

ແຕ່ງຕັ້ງ ທ່ານ ພອນສຸກ ຜາທອງ ວິຊາການຂະແໜງຄຸ້ມຄອງການຂົນສົ່ງ ຂຶ້ນເປັນຮອງຫົວໜ້າຂະແໜງກວດກາ, ແຕ່ງຕັ້ງ ທ່ານ ສັກວໍລິນ ລິມທອງ ວິຊາການຂະແໜງຄຸ້ມຄອງເຄຫາຜັງເມືອງ ຂຶ້ນເປັນຮອງຫົວໜ້າຂະແໜງຄຸ້ມຄອງເຄຫາຜັງເມືອງ, ແຕ່ງຕັ້ງ ທ່ານ ວິໄລສັກ ລິນທະວົງ ວິຊາການຂະແໜງຄຸ້ມຄອງເຄຫາຜັງເມືອງ ຂຶ້ນເປັນຮອງຫົວໜ້າຂະແໜງຄຸ້ມຄອງເຄຫາຜັງເມືອງ, ແຕ່ງຕັ້ງ ທ່ານ ແສງເພັດ ສຸກຜາລີ ວິຊາການຂະແໜງແຜນການງົບປະມານ ແລະ ສະຖິຕິ ຂຶ້ນເປັນຮອງຫົວໜ້າຂະແໜງແຜນການງົບປະມານ ແລະ ສະຖິຕິ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ສົມລິດ ເປືອກແກ້ວ ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ບັນດາທ່ານຍາດມາໄດ້ໃນໄລຍະຜ່ານມາ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງໃໝ່ຈົ່ງໄດ້ສືບຕໍ່ພັດທະນາວຽກງານດັ່ງກ່າວໃຫ້ດີຂຶ້ນຕາມລໍາດັບ, ສິ່ງສໍາຄັນການຊັບຊ້ອນ, ໂຍກຍ້າຍ  ພະນັກງານ ມັນແມ່ນການປັບປຸງການຈັດຕັ້ງ ແລະ ກໍ່ເປັນເລື່ອງປົກກະຕິເພື່ອຜັດປ່ຽນຕໍາແໜ່ງໜ້າທີ່ປະຈໍາການ ແລະ ຖືກຕ້ອງຕາມກົດໝາຍຂອງໜ້າທີ່ການເມືອງໃນໄລຍະໃໝ່.

ສະນັ້ນບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງໃໝ່ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ບັນດາໜ້າວຽກທີ່ໄດ້ຮັບມອບໝາຍ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ປັບປຸງແບບແຜນເຮັດວຽກໃຫ້ດີ, ເຮັດວຽກຕ້ອງລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີລະບອບປະຊຸມປະຈໍາເດືອນ, ປະຈໍາປີ, ສ້າງແຜນມອບວຽກໃຫ້ພະນັກງານຮັບຜິດຊອບນັບທັງລາຍງານໃຫ້ສາຍຕັ້ງ-ຂວາງເປັນປົກກະຕິ, ຕັ້ງໜ້າບຸກບືນຄວາມຮັບຜິດຊອບການເມືອງໃຫ້ສູງເປັນເຈົ້າການຊີ້ນໍາ-ນໍາພາວຽກງານທີ່ຮັບຜິດຊອບໃຫ້ມີຜົນສໍາເລັດ.

ຂ່າວ: ບຸນທີ: