ວິກິດໂຄວິດ-19 ເຮັດໃຫ້ກຸ່ມຄົນເຮັດວຽກຂອງອາເມຣິກາ ມີອັດຕາວ່າງວຽກສູງເຖິງ 20%

75

ຊາວອາເມຣິກາຫຼາຍກວ່າ 33 ລ້ານຄົນ ຫຼື ປະມານ 1 ໃນ 5 ຂອງກຸ່ມອາຍຸຄົນເຮັດວຽກໃນສະຫະລັດ ໄດ້ລົງທະບຽນເປັນຜູ້ວ່າງວຽກກັບລັດຖະບານ ເຊິ່ງໄດ້ຮັບຜົນກະທົບມາຈາກວິກິດການແຜ່ລະບາດຂອງ ໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 7 ພຶດສະພາ ວ່າ ກະຊວງແຮງງານສະຫະລັດ ລາຍງານ ເມື່ອວັນພະຫັດ ຜ່ານມາ ວ່າ ຊາວອາເມຣິກາ 3,2 ລ້ານຄົນ ໄດ້ລົງທະບຽນເປັນຜູ້ວ່າງວຽກ ໃນຮອບອາທິດຫຼ້າສຸດ ເຊິ່ງໄດ້ບັນທຶກສະຖິຕິມາເຖິງວັນທີ 2 ພຶດສະພາ ຜ່ານມາ ເຖິງວ່າສະຖິຕິດັ່ງກ່າວຈະຫຼຸດລົງກ່ອນໜ້ານີ້ບໍ່ຫຼາຍ ແຕ່ເພິ່ມສະຖິຕິຜູ້ວ່າງວຽກສະສົມໃນສະຫະລັດ ປະມານ 33,5 ລ້ານຄົນ ນັບຕັ້ງແຕ່ກາງເດືອນມີນາ ຜ່ານມາ ຄິດເປັນປະມານ 1 ໃນ 5 ຂອງປະຊາຊົນຜູ້ໃຊ້ແຮງງານໃນປະເທດ.

ຂະນະທີ່ ຢ້ອນກັບໄປເມື່ອ 2 ເດືອນກ່ອນໜ້າ ອັດຕາການວ່າງວຽກຂອງສະຫະລັດ ປະມານ 3,5% ເຊິ່ງເປັນສະຖິຕິຕໍ່າສຸດໃນຮອບເຄິ່ງສະຕະວັດ ຜ່ານມາ. ຢ່າງໃດກໍ່ຕາມ, ຄາດການວ່າ ອັດຕາການວ່າງວຽກຂອງອາເມຣິກາ ເມື່ອເດືອນເມສາ ຜ່ານມາ “ອາດຈະບໍ່ຕໍ່າກວ່າ 15%” ເນື່ອງຈາກວິກິດການແຜ່ລະບາດຂອງໂຄວິດ-19 ເຊິ່ງມີແນວໂນ້ມທີ່ຈະຍືດເຍື້ອ ແລະ ຫຼາຍຝ່າຍເຫັນວ່າ ມີໂອກາດໜ້ອຍຫຼາຍທີ່ຕະຫຼາດແຮງງານຂອງສະຫະລັດຈະຟື້ນຕົວໃນອະນາຄົດໄວໆນີ້.

ທັງນີ້, ລັດຖະບານວໍຊິງຕັນຂອງປະທານາທິບໍດີໂດນັລ ທຣຳ ກຳລັງປຶກສາຫາລືກັບຜູ້ນຳພັກຣີພັບລິກັນ ແລະ ຜູ້ນຳພັກເດໂມແຄຣັດ ໃນສະພາຄອງເກຣສ ກ່ຽວກັບການອອກພັນທະບັດຊຸດໃຫຍ່ເພື່ອລະດົມທຶນໃຫ້ໄດ້ 3 ພັນຕື້ໂດລາ (ປະມານ 26,7 ລ້ານຕື້ກີບ) ສຳລັບທຶນກ້ອນໃໝ່ເພື່ອຮັກສາສະຖຽນລະພາບທາງເສດຖະກິດຂອງປະເທດ. ຢ່າງໃດກໍ່ຕາມ, ມີຄວາມວິຕົກກັງວົນວ່າ ຈະຍິ່ງເຮັດໃຫ້ໜີ້ສາທາລະນະຂອງສະຫະລັດເພິ່ມຂຶ້ນສູງ ຈາກປັດຈຸບັນ ທີ່ສູງເກືອບ 25 ພັນຕື້ໂດລາ (ປະມານ 223 ລ້ານຕື້ກີບ).