ຊ໋ອກໂກແລັດມູນເຄັກ

108

ມູນເຄັກ ເປັນເຄັກທີ່ມີລັກສະນະເປັນມູນນຸ່ມໆຄ້າຍຄືເຂົ້າໜົມປີໂປ ຈຶ່ງມັກນິຍົມກິນແບບເຢັນໆເໝາະແກ່ການກິນໄລຍະໜ້າຮ້ອນສຸດໆ ໂດຍຂໍ້ດີຂອງການເຮັດເຄັກຊະນິດນີ້ ຄືບໍ່ຕ້ອງໃຊ້ເຕົາອົບໃຫ້ຫຍຸ້ງຍາກ ເພາະຈະໃຫ້ຄວາມສຳຄັນກັບການແຊ່ເຢັນເປັນຫຼັກ.

ມື້ນີ້ພວກເຮົາໄດ້ນຳເອົາສູດ “ ຊ໋ອກໂກແລັດມູນເຄັກ ” ສາມາດເຮັດກິນເອງງ່າຍໆມາຝາກທຸກຄົນ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນຳກັນດັ່ງນີ້:

ສ່ວນປະສົມ:

1 ຜົງໂກໂກ້ 30 ກຣາມ.

2 ນົມຈືດ 100 ມິນລີລິດ ( ສ່ວນທີ 1 ).

3 ຊ໋ອກໂກແລັດ 54% ປະມານ 200 ກຣາມ.

4 ນ້ຳຕານຊາຍ 120 ກຣາມ.

5 ນົມຈືດ 400 ມິດລີລິດ ( ສ່ວນທີ 2 ).

6 ລິດໂກເລເບວ 400 ມິນລີລິດ.

7 ເຈລາຕິນ 16 ກຣາມ.

8 ນ້ຳ 80 ມິນລີລິດ.

ວິທີເຮັດ:

ກ. ເອົາເຈລາຕິນປະສົມກັບນ້ຳປະໄວ້ 10 – 15 ນາທີ.

ຂ. ໃສ່ຜົງໂກໂກ້ລົງໝໍ້ ແລະ ນຳນົມຈືດສ່ວນທີ 1 ລົງໄປຄົນໃຫ້ທຸກຢ່າງເຂົ້າກັນດີ ແລ້ວໃສ່ນົມຈືດສ່ວນທີ 2 ລົງໄປຕາມດ້ວຍນ້ຳຕານຊາຍ, ລິດໂກເລເບວ ແລະ ຊ໋ອກໂກແລັດ.

ຄ. ເປີດເຕົາໄຟຄ້າງໝໍ້ຂຶ້ນຕົ້ມດ້ວຍໄຟອ່ອນ ຄົນທຸກຢ່າງລະລາຍຈົນເປັນເນື້ອດຽວກັນ ປົງລົງນຳສ່ວນປະສົມມາຕອງເພື່ອໃຫ້ເນື້ອນຽນ.

ງ. ແຊ່ໃນຊາມນ້ຳເຢັນຈັດ, ຈາກນັ້ນຄົນສ່ວນປະສົມໃຫ້ເຢັນດີ.

ຈ. ຖອກໃສ່ພິມຂອນໄມ້ຂະໜາດ 32x8x5.5 ຊັງຕີແມັດ ຮອງພິມດ້ວຍແຜ່ນຮອງອົບ ຫຼື ເຈ້ຍໄຂທີ່ໃຊ້ຫໍ່ເຂົ້າໜົມແລ້ວຖອກສ່ວນປະສົມລົງໄປ. ຈາກນັ້ນ, ນຳໄປແຊ່ຕູ້ເຢັນ 1 ຄືນ  ( ສາມາດໃຊ້ພິມອື່ນແທນໄດ້ ຫຼື ຈະໃຊ້ຖ້ວຍ ຫຼື ຈອກກໍໄດ້ ).

ສ. ຫຼັງຈາກນັ້ນ, ນຳອອກຈາກພິມແລ້ວໂຮຍຜົງໂກໂກ້ໃຫ້ທົ່ວຊ໋ອກໂກແລັດມູນເຄັກ ແລ້ວຕັດຂະໜາດຕາມມັກ ແລະ ກິນໄດ້ເລີຍ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: naibann