ຜູ້ປະກອບການເອົາໃຈໃສ່ມາດຕະການປ້ອງກັນໂຄວິດ – 19 ຫຼັງເປີດກິດຈະການຄືນ

115

ຫຼັງຈາກທີ່ລັດຖະບານ ໄດ້ມີແຈ້ງການອະນຸຍາດໃຫ້ຮ້ານຄ້າຂາຍສາມາດເປີດກິດຈະການເປັນປົກກະຕິ ຫຼາຍຫ້າງຮ້ານໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ໂດຍສະເພາະແມ່ນໄດ້ຈັດສະຖານທີ່ຕາມທີ່ເໝາະສົມ, ແທກອຸນຫະພູມ ແລະ ມີນໍ້າຢາລ້າງມືຕ່າງໆ ເພື່ອບໍລິການໃຫ້ລູກຄ້າທີ່ມາໃຊ້ບໍລິການ ເຖິງວ່າປັດຈຸບັນລູກຄ້າຍັງບໍ່ທັນໄດ້ມາໃຊ້ບໍລິການຫຼາຍຄືຜ່ານມາ ແຕ່ບັນດາຮ້ານຍັງຫວັງວ່າລູກຄ້າຈະກັບມາຊື້ສິນຄ້າຕາມປົກກະຕິໃນໄວໆນີ້.

ທ່ານ ຕ້ອມ ຈັນທະວົງ ຜູ້ຈັດການຮ້ານອາຫານແວ່ນາ ບ້ານນາໄຫ ເມືອງຫາດຊາຍຟອງ ໃຫ້ສຳພາດໃນວັນທີ 5 ພຶດສະພາ 2020 ວ່າ: ຫຼັງຈາກທີ່ນາຍົກອອກຄຳສັ່ງ 06 ເພື່ອຕ້ານພະຍາດໂຄວິດ – 19 ຮ້ານແວ່ນາ ກໍໄດ້ປິດການບໍລິການ ແລະ ໃຫ້ພະນັກງານກັບບ້ານ ເຮັດໃຫ້ຮ້ານໄດ້ຮັບຜົນກະທົບສົມຄວນ. ມາຮອດປັດຈຸບັນຮ້ານກຳລັງກະກຽມຄວາມພ້ອມໃນການເປີດຄືນບາງກິດຈະການທີ່ລັດຖະບານອະນຸຍາດໃຫ້ສາມາດດຳເນີນໄດ້ ເປັນຕົ້ນແມ່ນໄດ້ກະກຽມເຄື່ອງແທກອຸນຫະພູມ, ນໍ້າຢາລ້າງມື ແລະ ຂໍ້ມູນຄຳແນະນຳຕ່າງໆ ເຊິ່ງຄາດວ່າຈະເປີດກິດຈະການໃນວັນທີ 7 – 8 ພຶດສະພານີ້.

ຄາດວ່າຫຼັງຈາກທີ່ເປີດກິດຈະການຄືນ ລູກຄ້າຈະຍັງບໍ່ທັນມາໃຊ້ບໍລິການເປັນປົກກະຕິເທື່ອ ເນື່ອງຈາກຂາດລາຍຮັບ ແລະ ຍັງບໍ່ກ້າອອກນອກເຮືອນ. ເຖິງຢ່າງໃດກໍຕາມ, ຫວັງວ່າບັນດາລູກຄ້າຕ່າງໆຈະກັບມາໃຊ້ບໍລິການຂອງຮ້ານໃຫ້ເປັນປັກກະຕິໂດຍໄວ.

ທ່ານ ນາງ ບົວລີ ສູນດາລາ ເຈົ້າຂອງຮ້ານອາຫານລີລາ ບ້ານສາລາຄຳເໜືອ ເມືອງຫາດຊາຍຟອງ ໃຫ້ສຳພາດວ່າ: ສຳລັບຮ້ານຕົນເອງແມ່ນໄດ້ຮັບຜົນກະທົບຫຼາຍສົມຄວນ ເພາະຮ້ານອາຫານຕົນເອງສ່ວນຫຼາຍແມ່ນຈະຮັບໃຊ້ພະນັກງານທີ່ມາເຮັດວຽກເທົ່ານັ້ນ ແລະ ກັບມາເປີດກິດຈະການຄືນໃນວັນທີ 4 ພຶດສະພາ ໂດຍໄດ້ຈັດສະຖານທີ່ເໝາະສົມ, ມີນໍ້າຢາລ້າງມື ເພື່ອຮັບໃຊ້ລູກຄ້າທີ່ຈະເຂົ້າຮ້ານ. ແຕ່ຜ່ານການເປີດຮ້ານມາ ເຫັນວ່າລູກຄ້າມາໃຊ້ບໍລິການຍັງບໍ່ທັນເປັນປົກກະຕິ ເນື່ອງມາຈາກຍັງບໍ່ກ້າອອກມາກິນຢູ່ນອກ ແລະ ມາຊື້ອາຫານເມືອກໍຍັງບໍ່ທັນປົກກະຕິເທື່ອ ແຕ່ຫວັງວ່າພາຍໃນອາທິດໜ້າຈະມີລູກຄ້າມາໃຊ້ບໍລິການຕາມປົກກະຕິຄືກ່ອນພະຍາດລະບາດ.

ນາງ ວອນ ເຈົ້າຂອງຮ້ານຂາຍເສື້ອຜ້າ ຕະຫຼາດສວນມອນ ໃຫ້ສຳພາດວ່າ: ຕົນເອງແມ່ນໄດ້ປິດຮ້ານຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ເຊິ່ງໄດ້ສົ່ງຜົນກະທົບຕໍ່ລາຍຮັບພໍສົມຄວນ ແລະ ໄດ້ກັບມາເປີດຮ້ານຄືນໃນວັນທີ 4 ພຶດສະພາ 2020, ເຖິງວ່າຄະນະບໍລິຫານຕະຫຼາດ ຈະມີເຄື່ອງແທກອຸນຫະພູມ, ນໍ້າຢາລ້າງມື ເພື່ອກວດຜູ້ເຂົ້າມາຕະຫຼາດແລ້ວ ແຕ່ຕົນເອງກໍໄດ້ກະກຽມເຈລ ລ້າງມືເພື່ອໃຊ້ບໍລິການຜູ້ມາຊື້ເຄື່ອງຕື່ມອີກ.

ຜ່ານການເປີດຕະຫຼາດມາເປັນເວລາ 2 ວັນ ເຫັນວ່າການມາຊື້ເຄື່ອງຂອງລູກຄ້າຫຼຸດລົງເຄິ່ງໜຶ່ງ ທຽບໃສ່ໄລຍະປົກກະຕິ ເນື່ອງຈາກສະພາບການດ້ານເສດຖະກິດຫຼາຍຄົນບໍ່ມີລາຍຮັບ ລວມເຖິງຄົນຍັງບໍ່ກ້າອອກມາຕະຫຼາດຫຼາຍເທົ່າທີ່ຄວນ ແລະ ຫວັງວ່າພາຍໃນ 1 – 2 ອາທິດຕໍ່ໜ້າການຄ້າຂາຍພາຍໃນນະຄອນຫຼວງວຽງຈັນ ຈະກັບຄືນສະພາບປົກກະຕິ.

ນາງ ແດງ ເຈົ້າຂອງຮ້ານຂາຍເຄື່ອງທົ່ວໄປ ຕະຫຼາດສວນມອນ ໃຫ້ສຳພາດວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບໜັກຕໍ່ການຄ້າຂາຍ ເຖິງວ່າຮ້ານຕົນເອງຈະເປີດບໍລິການຕາມທີ່ລັດກຳນົດໄວ້ກໍຕາມ ແຕ່ເຫັນວ່າຄົນມາຊື້ເຄື່ອງກໍໜ້ອຍລົງ ແລະ ສ່ວນຫຼາຍກໍເປັນຄົນພາຍໃນບ້ານເທົ່ານັ້ນ.

ມາຮອດປັດຈຸບັນເຖິງວ່າລັດຖະບານຜ່ອນຜັນບາງມາດຕະການແລ້ວແລ້ວກໍຕາມ ແຕ່ການມາຊື້ເຄື່ອງຂອງລູກຄ້າຍັງບໍ່ທັນເປັນປົກກະຕິເທື່ອ.

ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ