ງວດທີ I ແຂວງບໍລິຄຳໄຊເກັບລາຍຮັບໄດ້ 148 ຕື້ກີບ

56

ການລະບາດຂອງເຊື້ອພະຍາດໂຄວິດ – 19 ສົ່ງຜົນກະທົບຢ່າງໜັກຕໍ່ການຈັດເກັບລາຍຮັບຂອງແຂວງບໍລິຄຳໄຊ ໂດຍສະເພາະການນຳເຂົ້າ – ສົ່ງອອກສິນຄ້າ ເປັນຕົ້ນແມ່ນນ້ຳມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ – ບໍລິໂພກ ຫຼຸດລົງເຖິງ 80 – 90%, ສ່ວນການຈັດເກັບລາຍຮັບງວດທີ I ໄດ້ພຽງ 148 ຕື້ກວ່າກີບ ເທົ່າກັບ 81% ຂອງແຜນງວດ.

ທ່ານ ຄຳແຫວນ ປັນຍານຸວົງ ຫົວໜ້າພະແນກການເງິນ ໄດ້ລາຍງານຕໍ່ກອງປະຊຸມເປີດ ກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 15 ສະໄໝທີ VI ທີ່ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6 ພຶດສະພາຜ່ານມາວ່າ: ການຈັດເກັບລາຍຮັບເຂົ້າງົບປະມານງວດ I ປີ 2020 ສາມາດປະຕິບັດໄດ້ທັງໝົດ 148,22 ຕື້ກີບ ເທົ່າກັບ 81,69% ຂອງແຜນການງວດ, ທຽບໃສ່ແຜນການປີ ເທົ່າກັບ 15,98%. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 108,70 ຕື້ກີບ ເທົ່າກັບ 76,37% ຂອງແຜນການງວດ, 15,27% ຂອງແຜນການປີ ແລະ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ທັງໝົດ 39,51 ຕື້ກີບ ເທົ່າກັບ 101,06% ຂອງແຜນການງວດທຽບໃສ່ແຜນການປີ 18,31%.

ຜ່ານການຈັດຕັ້ງປະຕິບັດຕົວຈິງການຈັດເກັບລາຍຮັບພູດສູນກາງ ແມ່ນບໍ່ໄດ້ຕາມເປົ້າໝາຍທີ່ກຳນົດໄວ້ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄ ວິດ – 19 ເຮັດໃຫ້ການນຳເຂົ້າ – ສົ່ງອອກສິນຄ້າ ເປັນຕົ້ນແມ່ນນ້ຳມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ – ບໍລິໂພກ ຫຼຸດລົງເຖິງ 80 – 90% ໄດ້ສົ່ງຜົນກະທົບໂດຍກົງກັບການຈັດເກັບລາຍຮັບພູດສູນກາງ, ສຳລັບພູດທ້ອງຖິ່ນໃນງວດ I ແມ່ນຍັງບໍ່ທັນໄດ້ຮັບຜົນກະທົບຫຼາຍ ເພາະໃນບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ຕາມການແຜ່ລະບາດພະຍາດໂຄວິດ – 19 ແມ່ນໄດ້ເລີ່ມແຕ່ກາງເດືອນມີນາ.

ຫົວໜ້າພະແນກການເງິນ ຍັງໄດ້ລາຍງານຕື່ມອີກວ່າ ຄາດໝາຍສູ້ຊົນດ້ານລາຍຮັບ ອີງຕາມແຜນການງວດ II ແມ່ນ 278,19 ຕື້ກີບ ລວມຄາດຄະເນ 6 ເດືອນຕົ້ນປີ 426,33 ຕື້ກີບ ເທົ່າກັບ 92,75% ຂອງແຜນການ 6 ເດືອນຕົ້ນປີ ແລະ ເທົ່າກັບ 45,96% ຂອງແຜນການປີມີຄວາມສ່ຽງສູງທີ່ຈະບໍ່ບັນລຸຕາມແຜນ ເພາະການນຳເຂົ້າ – ສົ່ງອອກ ຍັງບໍ່ເປັນປົກກະຕິ ພ້ອມດຽວກັນທາງພາກລັດຈະໄດ້ປະຕິບັດນະໂຍບາຍດ້ານພາສີ – ອາກອນໃຫ້ບັນດາຜູ້ປະກອບການທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ແລະ ອື່ນໆ ຄາດຄະເນວ່າໃນປີ 2020 ແຂວງບໍລິຄຳໄຊ ຈະສູນເສຍລາຍຮັບປະມານ  45 ຫາ 50 ຕື້ກີບ.