ກະຊວງແຜນການຫາລືແຜນພັດທະນາເສດຖະກິດ – ສັງຄົມ

150

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຫາລືໃນການສ້າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ເພື່ອໃຫ້ບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຄວບຄູ່ກັບການຜ່າວິກິດໂຄ ວິດ – 19.

ວັນທີ 6 ພຶດສະພາ 2020 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບຊາດໃນການສ້າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ; ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາຮອງລັດຖະມົນຕີ ຫົວໜ້າອົງການທຽບເທົ່າກະຊວງ ທີ່ຢູ່ໃນຄະນະຊີ້ນຳລະດັບຊາດ ແລະ ບັນດາວິຊາການເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ມາຮອດປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ໂດຍສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດການຮ່າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກໍານົດຈຸດໝາຍລວມຂອງແຜນການ 5 ປີ. ໂດຍສຸມໃສ່ພັດທະນາເສດຖະກິດ – ສັງຄົມຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂການຫຼຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍພັດທະນາແບບຍືນຍົງ ໃນປີ 2030.

ເພື່ອໃຫ້ການພັດທະນາສາມາດບັນລຸຈຸດໝາຍລວມ ຈະຕ້ອງສຸມໃສ່ 6 ເປົ້າໝາຍໃຫຍ່ ຄື:

1 ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.

2 ຊັບພະຍາກອນມະນຸດມີຄຸນນະພາບດີຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ – ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.

3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ.

4 ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ກຽມພ້ອມຮັບມື ແລະ ຕອບໂຕ້ຄວາມສ່ຽງຈາກໄພພິບັດທຳມະຊາດ.

5 ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ ແລະ ສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

6 ການຄຸ້ມຄອງ – ບໍລິຫານລັດ ມີປະສິດທິພາບ ແລະ ສັງຄົມ ໄດ້ຮັບການປົກປ້ອງຕາມທິດລັດແຫ່ງກົດໝາຍຢ່າງມີ ຄວາມສັກສິດ.

ທ່ານຍັງກ່າວຕື່ມວ່າ: ການສ້າງແຜນການ 5 ປີ ຄັ້ງທີ IXໃນຄັ້ງນີ້ແມ່ນຢູ່ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ອັນເຮັດໃຫ້ພົບ ຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການ ສະເພາະແມ່ນດ້ານການເງິນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມຈົ່ງສຸມໃສ່ຄົ້ນ ຄວ້າຢ່າງເລິກເຊິ່ງວ່າການພັດທະນາປະເທດໃນ 5 ປີຕໍ່ໜ້າ ຕ້ອງມີຈຸດສຸມ ແລະ ສອດຄ່ອງກັບທ່າແຮງດ້ານກະສິກຳອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ດ້ານການທ່ອງທ່ຽວ, ດ້ານພະລັງງານສະອາດ, ດ້ານການຂົນສົ່ງ ແລະ ການບໍລິການໂລ    ຈິສຕິກ ໂດຍສະເໜີໃຫ້ກຳນົດແຈ້ງຄວນສຸມໃສ່ດ້ານໃດເປັນຕົ້ນຕໍ.

ພ້ອມນັ້ນ, ກໍໃຫ້ສືບຕໍ່ປັບປຸງຂອດຕິດຕາມການປະເມີນຜົນທີ່ມີແລ້ວໃຫ້ສອດຄ່ອງກັບແຜນ 5 ປີ ຄັ້ງທີ IX ເພື່ອຕິດຕາມການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນສູງ ແລະ ອື່ນໆ.

ຂ່າວ: ກາວຊົ່ງ