ຫວຽດນາມຂາດແຄນແຮງງານຫຼັງການລະບາດຂອງໂຄວິດ

74

ປະເທດ ຫວຽດນາມເກີດບັນຫາຂາດແຄນແຮງງານຢ່າງໜັກຫຼັງການແຜ່ລະບາດຂອງໂຄວິດ-19ເຊິ່ງບາງໂຮງງານຕ້ອງອອກມາປະກາດຫຼຸດຈໍານວນການຜະລິດໄປຈົນເຖິງປິດຊົ່ວຄາວ.

ຜູ້ປະກອບການໃນຫວຽດນາມທີ່ກັບມາດໍາເນີນທຸລະກິດຫຼັງຈາກລັດຖະບານເລີ່ມຜ່ອນຄາຍມາດຕະການປິດເມືອງກໍາລັງເກີດບັນຫາຂາດແຄນແຮງງານເຮັດໃຫ້ຕ້ອງຫຼຸດຂະໜາດທຸລະກິດ,ປິດຊົ່ວຄາວຫຼືຈ້າງໂຮງງານອື່ນໃຫ້ຜະລິດແທນເນື່ອງຈາກຖືກແຮງງານທີ່ເດີນທາງກັບບ້ານໃນໄລຍະພະຍາດລະບາດສ່ວນໃຫຍ່ບໍ່ຕ້ອງການເດີນທາງກັບໄປເຮັດວຽກໃນເມືອງໃຫຍ່ເນື່ອງຈາກກັງວົນກ່ຽວກັບການລະບາດຂອງພະຍາດ.

ທັງນີ້ໃນໄລຍະທີ່ຜ່ານມາ,ຫວຽດນາມຖືເປັນປະເທດຄູ່ແຂ່ງໄທທີ່ສໍາຄັນດ້ານການລົງທຶນໂດຍກົງຈາກປະເທດເມື່ອປີ2019ທີ່ຜ່ານມາໂດຍເງິນລົງທຶນໄຫຼເຂົ້າຫວຽດນາມຫຼາຍກວ່າໄທເຖິງ2ເທົ່າດ້ວຍເຫດທີ່ໄທ ແລະ ຫວຽດນາມສົ່ງອອກສິນຄ້າປະເພດດຽວກັນໄປອາເມຣິກາ.

ນອກຈາກນີ້,ການລົງທຶນສ່ວນໃຫຍ່ທີ່ເຂົ້າໄປຫວຽດນາມໃນໄລຍະ10ທີ່ຜ່ານມາກໍອາດຈະໄດ້ໄຫຼເຂົ້າໄທຫາກໄທໄດ້ເຂົ້າຮ່ວມກຸ່ມ ທີພີພີຕັ້ງແຕ່ທໍາອິດເນື່ອງຈາກໄທມີຄວາມພ້ອມຮອງຮັບການລົງທຶນຫຼາຍກວ່າຫວຽດນາມ.