ເກີດເຫດແກັສໃນໂຮງງານສານເຄມີຮົ່ວໄຫຼ ມີຜູ້ເສຍຊີວິດ 5 ຄົນ ໃນອິນເດຍ

99

ມີຜູ້ເສຍຊີວິດ 5 ຄົນ ແລະ ຄົນເຈັບນຳສົ່ງໂຮງໝໍ ປະມານ 1 ພັນຄົນ ຫຼັງຈາກເກີດແກັສຮົ່ວໄຫຼໃນໂຮງງານສານເຄມີຂອງບໍລິສັດແອລຈີ ໂພລິເມີ ເມືອງວິສາຂາປັດນຳ ທາງພາກຕາເວັນອອກຂອງອິນເດຍ ສ່ວນສຳນັກງານໃຫຍ່ຂອງບໍລິສັດຢືນຢັນຄວບຄຸມສະຖານະການໄດ້ແລ້ວ.

ສຳນັກຂ່າວເອເອັຟພີ ລາຍງານຈາກລັດອານທອນປະເທດ ປະເທດອິນເດຍ ເມື່ອວັນພະຫັດ ທີ 7 ພຶດສະພາ ວ່າ ທ່ານສະວາຣົບ ຣານີ ຜູ້ຊ່ວຍຫົວໜ້າຕຳຫຼວດເມືອງວິສາຂາປັດນຳ ເມືອງອຸດສາຫະກຳແຄມທະເລ ໃນລັດອານທອນປະເທດ ທາງພາກຕາເວັນອອກຂອງອິນເດຍ ເປີດເຜີຍວ່າ ເກີດເຫດແກັສຮົ່ວໄຫຼໃນຖັງສານບັນຈຸສານເຄມີ 5 ພັນໂຕ້ນ ສອງຖັງຂອງບໍລິສັດແອລຈີ ໂພລິເມີ (LG Polymers) ຕັ້ງຢູ່ເຂດຊານເມືອງວິສາຂາປັດນຳ ສາເຫດເນື່ອງມາຈາກບໍ່ມີຄົນເຝົ້າໄລຍະປິດກິດຈະການຊົ່ວຄາວຈາກການແຜ່ລະບາດຂອງໂຄວິດ-19 ໂດຍເຫດການເກີດຂຶ້ນ ເມື່ອເຊົ້າຂອງວັນພະຫັດ ເບື້ອງຕົ້ນພົບສົບຜູ້ເສຍຊີວິດ 5 ຄົນ ແລະ ອີກ 1 ພັນຄົນ ຖືກນຳສົ່ງໂຮງໝໍ. ແຕ່ກັງວົນວ່າ ຈຳນວນຜູ້ເສຍຊີວິດ ແລະ ຜູ້ປ່ວຍອາດຈະເພິ່ມສູງກວ່ານີ້ ເພາະວ່າ ຍັງມີຫຼາຍຄົນທີ່ໝົດສະຕິຍ້ອນດົມອາຍແກັສທີ່ພັດເຂົ້າໄປໃນເຮືອນ. ຂະນະທີ່ ສື່ ທ້ອງຖິ່ນຂອງອິນເດຍ The Times of India ລາຍງານວ່າ ມີຜູ້ເສຍຊີວິດ 8 ຄົນ ແລະ ລົ້ມປ່ວຍ 5 ພັນຄົນ.

ໂຮງງານສານເຄມີຂອງແອລຈີ ໂພລິເມີ ຕັ້ງຢູ່ເຂດນອກເມືອງ ແຕ່ບໍລິເວນອ້ອມຂ້າງມີປະຊາຊົນອາໄສຫຼາຍເຖິງ 5 ລ້ານຄົນ. ຂະນະດຽວກັນ, ຖະແຫຼງການຈາກບໍລິສັດແມ່ໃນເກົາຫຼີໃຕ້ລະບຸວ່າ ສະຖານະການແກັສຮົ່ວໄຫຼຢູ່ໂຮງງານໃນປະເທດອິນເດຍ ສາມາດຄວບຄຸມໄດ້ແລ້ວ ແລະ ທາງບໍລິສັດຈະດຳເນີນການຊ່ວຍເຫຼືອ ແລະ ປິ່ນປົວຜູ້ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ລວມທັງການສືບສວນເພື່ອປະເມີນຄວາມເສຍຫາຍ, ສາເຫດການຮົ່ວໄຫຼ ແລະ ຜູ້ເສຍຊີວິດດ້ວຍ.