ນິສສັນ ກຽມປິດໂຮງງານ 14 ແຫ່ງທົ່ວໂລກ ໄປເນັ້ນຕະຫຼາດໃນອາເມຣິກາ, ຈີນ ແລະ ຍີ່ປຸ່ນ ແທນ

178

ນິສສັນ ກຽມປິດໂຮງງານຜະລິດລົດ 14 ແຫ່ງທົ່ວໂລກ ເພື່ອໄປສຸມໃສ່ 3 ຕະຫຼາດຫຼັກ ໃນອາເມຣິກາ, ຈີນ ແລະ ຍີ່ປຸ່ນ ແທນ.

ສຳນັກຂ່າວຣອຍເຕີ ລາຍງານວ່າ ບໍລິສັດນິສສັນ ຜູ້ຜະລິດລົດສັນຊາດຍີ່ປຸ່ນ ກຽມປະກາດແຜນທຸລະກິດໃໝ່ໃນທ້າຍເດືອນພຶດສະພາ ໂດຍແຜນທຸລະກິດໃໝ່ນີ້ ນິສສັນ ຈະສຸມໃສ່ແຕ່ຕະຫຼາດໃນສະຫະລັດ, ຈີນ ແລະ ຍີ່ປຸ່ນ. ຂະນະທີ່ ແຫຼ່ງຕະຫຼາດບ່ອນອື່ນຈະໃຫ້ແບຣນອື່ນໆທີ່ເປັນພັນທະມິດກັບນິສສັນ-ເຣໂນ-ມິສຊູບີຊິ (Nissan-Renault-Mitsubishi) ເຮັດແທນ.

ເຣໂນ ຈະບຸກຕະຫຼາດໃນເອີຣົບ ແລະ ມິສຊູບີຊິ ຈະບຸກຕະຫຼາດອາຊີ ຍົກເວັ້ນຈີນ ແລະ ຍີ່ປຸ່ນ. ຢ່າງໃດກໍ່ຕາມ, ສຳລັບຜູ້ບໍລິໂພກໃນປະເທດທີ່ ນິສສັນ ບໍ່ເນັ້ນການຕະຫຼາດກໍ່ສາມາດຊື້ລົດຂອງນິສສັນໄດ້ ເພາະບໍລິສັດຈະຜະລິດລົດທີ່ເໝາະສົມກັບທ້ອງຖິ່ນນັ້ນໆ ພ້ອມທັງເຮັດການຕະຫຼາດ ແຕ່ຄວາມສຳຄັນແມ່ນໜ້ອຍກວ່າປະເທດຫຼັກ.

ຈຸດປະສົງຂອງນິສສັນ ໃນການສ້າງແຜນທຸລະກິດໃໝ່ອອກມາ ເພື່ອຄວບຄຸມຕົ້ນທຶນ ເນື່ອງຈາກ ນິສສັນ ຕ້ອງການຫຼຸດຜ່ອນງົບປະມານການຄົ້ນຄວ້າ ແລະ ການພັດທະນາ ໂດຍງົບປະມານການລົງທຶນຈະນຳໄປໃຊ້ກັບການຜະລິດລົດ ຫຼື ເທັກໂນໂລຢີ ໃຫ້ເໝາະສົມກັບຕະຫຼາດອາເມລິກາ, ຈີນ ແລະ ຍີ່ປຸ່ນເທົ່ານັ້ນ.

ນອກຈາກນີ້, ນິສສັນ ຍັງມີແຜນກຽມປິດໂຮງງານ 14 ແຫ່ງ ພ້ອມຫຼຸດກຳລັງການຜະລິດທົ່ວໂລກຈາກ 7 ລ້ານ ເຫຼືອ 5,5 ລ້ານຄັນ ແລະ ໃຫ້ເຂົາເຖິງເປົ້າໝາຍການເຕີບໂຕໃຫ້ດີຂຶ້ນ. ພ້ອມທັງກຽມຫຼຸດອາຍຸການຕະຫຼາດຂອງລົດແຕ່ລະລຸ້ນລົງ ເຊັ່ນໃນອາເມຣິກາຈະຫຼຸດຈາກໄລຍະ 5 ປີ ເປັນ 3,5 ປີ ແລະ ໃນປະເທດຍີ່ປຸ່ນ ຈະເຫຼືອພຽງ 2,5 ປີ ເປັນຕົ້ນ.