ພະຍາດລົມແດດກັບວິທີປ້ອງກັນໃນໄລຍະອາກາດຮ້ອນ

97

ໄລຍະນີ້ອາກາດຮ້ອນຫຼາຍທີ່ສຸດ ເຊິ່ງອາດສົ່ງຜົນໃຫ້ພົບ “ ພະຍາດລົມແດດ ” ຫຼາຍຍິ່ງຂຶ້ນ, ເຮົາມາຮູ້ຈັກກັບພະຍາດລົມແດດແມ່ນຫຍັງ, ມີສັນຍານເຕືອນແບບໃດແດ່ທີ່ຄວນສັງເກດ ແລະ ຈະສາມາດປ້ອງກັນພະຍາດລົມແດດໄດ້ແນວໃດ?.

ໂດຍປົກກະຕິຮ່າງກາຍຂອງຄົນເຮົາມີການຮັກສາຄວາມສົມດຸນຂອງອຸນຫະພູມ ລະຫວ່າງ ຄວາມຮ້ອນຈາກຮ່າງກາຍ ແລະ ສະພາບແວດລ້ອມ ໂດຍອຸນຫະພູມຈະປ່ຽນແປງຢູ່ລະຫວ່າງ   36 – 37 ອົງສາ ຕະຫຼອດວັນ. ທັງນີ້, ການລະບາຍເຫື່ອຖືເປັນກົນໄກສຳຄັນໃນການຫຼຸດຄວາມຮ້ອນທີ່ຫຼາຍເກີນໄປ. ພະຍາດລົມແດດເກີດຈາກຄວາມລົ້ມແຫຼວໃນການຮັກສາອຸນຫະພູມຂອງຮ່າງກາຍໃຫ້ຄົງທີ່ ສົ່ງຜົນໃຫ້ອຸນຫະພູມຂອງຮ່າງກາຍສູງຂຶ້ນກວ່າປົກກະຕິເຮັດໃຫ້ເກີດອາການຕ່າງໆ ເຊັ່ນ: ການວິນວຽນຫົວ, ເຈັບຫົວ, ອ່ອນເພຍ ແລະ ປວດຮາກ ເມື່ອອຸນຫະພູມສູງຂຶ້ນເລື້ອຍໆຖ້າຫາກມີອາການຮຸນແຮງອາດເປັນອັນຕະລາຍຕໍ່ຊີວິດໄດ້.

ພະຍາດລົມແດດແບ່ງອອກເປັນ 2 ປະເພດ ຄື: ພະຍາດລົມແດດທີ່ເກີດຈາກການໃຊ້ກຳລັງກາຍໜັກ ແລະ ພະຍາດລົມແດດທີ່ບໍ່ໄດ້ເກີດຈາກການໃຊ້ກຳລັງກາຍໜັກ.

ສຳລັບວິທີປິ່ນປົວພະຍາດລົມແດດ ຜູ້ປ່ວຍຄວນໄດ້ຮັບການປິ່ນປົວຢ່າງໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍເປົ້າໝາຍຂອງການປິ່ນປົວຄືການຫຼຸດອຸນຫະພູມພາຍໃນຮ່າງກາຍຂອງຜູ້ປ່ວຍ ເຊັ່ນ: ການໃຊ້ນ້ຳເຊັດຕາມຮ່າງກາຍ ແລະ ໃຊ້ພັດເປົ່າໃຫ້ນ້ຳລະເຫີຍ ຫຼື ການໃຊ້ຖົງນ້ຳກ້ອນປະຄົບຕາມຂີ້ແຮ້, ຄໍ, ຫຼັງ ແລະ ຂາໜີບ. ທັງນີ້, ຫາກຜູ້ປ່ວຍບໍ່ໄດ້ຮັບການປິ່ນປົວໂດຍທັນທີ ອາດເກີດອາການທີ່ຮຸນແຮງ ແລະ ບາງຄັ້ງອາດບໍ່ກັບມາປົກກະຕິໄດ້ ຍິ່ງຜູ້ປ່ວຍບໍ່ໄດ້ປິ່ນປົວດົນເທົ່າໃດໂອກາດໃນການເສຍຊີວິດຍິ່ງເພີ່ມຂຶ້ນ.

ວິທີປ້ອງກັນ ແລະ ຫຼີກລຽງພະຍາດລົມແດດ ຫາກທ່ານຢູ່ໃນອຸນຫະພູມສູງສາມາດຫຼີກລຽງພະຍາດລົມແດດໄດ້ ໂດຍການປະຕິບັດຕາມຄຳແນະນຳ ດັ່ງນີ້:

1 ດື່ມນ້ຳໃຫ້ຫຼາຍໆເພື່ອໃຫ້ຮ່າງກາຍໄດ້ຮັບນ້ຳຢ່າງພຽງພໍ ເຊິ່ງສົ່ງຜົນໃຫ້ຮ່າງກາຍສາມາດເຮັດຕົວໃຫ້ເຢັນລົງໄດ້ຕາມທຳມະຊາດຜ່ານທາງເຫື່ອ.

2 ຫຼີກລຽງເຄື່ອງດື່ມທີ່ມີແອລກໍຮໍ ເນື່ອງຈາກເພີ່ມການຂັບນ້ຳທາງປັດສາວະ ອາດເຮັດໃຫ້ຮ່າງກາຍສູນເສຍນ້ຳ ແລະ ເກືອແຮ່ຫຼາຍຂຶ້ນ.

3 ນຸ່ງເສື້ອຜ້າທີ່ເບົາບາງ ແລະ ບໍ່ຮັດແໜ້ນຈົນເກີນໄປ ເຊິ່ງຈະຊ່ວຍໃຫ້ຮ່າງກາຍມີອຸນຫະພູມທີ່ເຢັນຢ່າງເໝາະສົມ.

4 ຢ່າໃຊ້ກຳລັງກາຍຫຼາຍເກີນໄປໃນໄລຍະເວລາອາກາດຮ້ອນທີ່ສຸດຂອງວັນ ໃຫ້ເຮັດວຽກທີ່ໃຊ້ກຳລັງຫຼາຍໃນຕອນເຊົ້າ ຫຼື ຕອນຫົວແລງເມື່ອອຸນຫະພູມເຢັນລົງ.

5 ຫຼີກລຽງການຢູ່ໃນທີ່ມີແສງແດດຮ້ອນຈັດ ລວມເຖິງການນັ່ງໃນລົດທີ່ຈອດໄວ້ ເຖິງແມ່ນວ່າເຮົາຈະເປີດແວ່ນປະໄວ້ ຫຼື ຈອດລົດໄວ້ໃນບ່ອນຮົ່ມກໍຕາມ ເພາະອຸນຫະພູມໃນລົດສາມາດຮ້ອນຈັດຂຶ້ນໄດ້ຢ່າງວ່ອງໄວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: bumrungrad