ນ້ຳປັ່ນໝາກໂມຫວານເຢັນສົດຊື່ນແກ້ຮ້ອນ

129

ອາກາດຮ້ອນໆແບບພວກເຮົາມາເຮັດນ້ຳປັ່ນໝາກໂມ ກິນແກ້ຮ້ອນນຳກັນດີກວ່າ ນອກຈາກລົດຊາດຈະຫວານເຢັນຊື່ນໃຈແລ້ວ ໝາກໂມຍັງມີປະໂຫຍດທີ່ຫຼາກຫຼາຍຕໍ່ຮ່າງກາຍ ເຊັ່ນ: ມີວິຕາມິນຊ່ວຍຂັບປັດສາວະ, ແກ້ຮ້ອນໃນ, ບຳລຸງສາຍຕາ, ປ້ອງກັນອາການເລືອດອອກຕາມແຂ້ວ ແລະ ຍັງມີສ່ວນຊ່ວຍໃຫ້ຜິວພັນໄດ້ຮັບຄວາມຊຸ່ມຊື່ນອີກດ້ວຍ ເຮົາມາເບິ່ງສ່ວນປະສົມ ແລະ ວິທີປັ່ນກັນເລີຍ.

ສ່ວນປະສົມ: ໝາກໂມ 2 ຖ້ວຍນ້ອຍ, ນ້ຳເຊື່ອມ 1 – 2 ບ່ວງແກງ, ເກືອປົ່ນ 1/2 ບ່ວງແກງ, ນ້ຳກ້ອນ 1 ຈອກ.

ວິທີປັ່ນ:

1 ຊອຍໝາກໂມເປັນຕ່ອນນ້ອຍໆພໍດີຄຳ ແກະແກ່ນມັນອອກ.

2 ແລ້ວໃສ່ລົງເຄື່ອງປັ່ນໝາກໄມ້, ໃສ່ນ້ຳກ້ອນຕາມດ້ວຍນ້ຳເຊື່ອມ ຫຼື ໃສ່ນ້ຳຕານປະສົມນ້ຳຮ້ອນໃຫ້ລະລາຍ, ປະໃຫ້ເຢັນແລ້ວໃຊ້ແທນກໍໄດ້, ໃສ່ເກືອລົງໄປເລັກໜ້ອຍແລ້ວປັ່ນລວມກັນໃຫ້ລະອຽດເປັນເນື້ອດຽວກັນ.

3 ຈາກນັ້ນ, ນຳມາຖອກໃສ່ຈອກທີ່ເຮົາກຽມໄວ້ຕົກແຕ່ງຈອກໃຫ້ງາມ ພຽງເທົ່ານີ້ກໍຈະໄດ້ນ້ຳປັ່ນໝາກໂມເຢັນໆໄວ້ດື່ມແກ້ຮ້ອນແລ້ວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: th.openrice