ໜຸ່ມ ໂຊນ່ານ ເປັນແບບຢ່າງທີ່ດີປ້ອງກັນຕົນເອງຈາກພະຍາດໂຄວິດ – 19

91

ເນື່ອງຈາກໃນປັດຈຸບັນໄດ້ມີການລະບາດຂອງພະຍາດໂຄວິດ – 19 ຖືເປັນພະຍາດຮ້າຍແຮງ ແລະ ສາມາດຕິດຕໍ່ກັນໄດ້ງ່າຍບໍ່ວ່າຈະເປັນການໄອ, ຈາມ ຫຼື ການສຳຜັດ. ໜຸ່ມ ໂຊນ່ານ ໜຶ່ງໃນຄົນບັນເທີງໄດ້ເປັນແບບຢ່າງທີ່ດີໃນການປ້ອງກັນການຕິດເຊື້ອໂຄວິດ – 19.

ໜຸ່ມ ໂຊນ່ານ ແຈັກເກັດ ໃຫ້ສຳພາດວ່າ: ວິທີການປ້ອງກັນຕົນເອງເພື່ອບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ ສິ່ງທີ່ດີທີ່ສຸດຄືການຢູ່ເຮືອນ ແລະ ບໍ່ອອກໄປໃສຖ້າບໍ່ມີວຽກທີ່ຈຳເປັນແທ້ໆ. ທັງນີ້, ກໍເປັນການຊ່ວຍຊາດໄດ້ອີກທາງໜຶ່ງ ແລະ ເປັນການຫຼຸດຜ່ອນການເຮັດວຽກຂອງເຈົ້າໜ້າທີ່ສະເພາະກິດ ແລະ ແພດໝໍນັ້ນເອງ.

ນອກຈາກປະຕິບັດກັບຕົນເອງກໍໄດ້ບອກໃຫ້ຄົນອ້ອມຂ້າງ ໂດຍສະເພາະແມ່ນຄົນໃນຄອບຄົວ ໃຫ້ພ້ອມກັນປະຕິບັດຕາມຄຳສັ່ງຂອງທາງຂັ້ນເທິງຢ່າງເຂັ້ມງວດ ແລະ ໄດ້ອະທິບາຍໃຫ້ຮູ້ເຖິງຄວາມອັນຕະລາຍຂອງພະຍາດດັ່ງກ່າວ ພ້ອມທັງວິທີປ້ອງກັນຕົນເອງ. ນອກນັ້ນ, ກໍຢາກໃຫ້ສັງຄົມເອົາໃຈໃສ່ໃນການສືບຕໍ່ປະຕິບັດຄຳສັ່ງເລກທີ06/ນຍ​ແລະມາດຕະການຕ່າງໆຂອງຄະນະສະເພາະກິດວາງອອກຢ່າງຖືກຕ້ອງແລະເຂັ້ມງວດ.

ໜຸ່ມ ໂຊນ່ານ ໃຫ້ຮູ້ອີກວ່າ: ວິທີການຮັກສາຕົນເອງແບບງ່າຍໆທີ່ໃຜໆກໍສາມາດເຮັດໄດ້ຖ້າເຮົາມີສະຕິ ແລະ ໃສ່ໃຈກັບມັນ, ໝັ່ນລ້າງມືດ້ວຍນໍ້າຢາ ຫຼື ເຈລລ້າງມືທີ່ມີສ່ວນປະສົມຂອງເຫຼົ້າທຸກຄັ້ງເມື່ອໄດ້ສຳຜັດກັບສິ່ງຂອງຕ່າງໆ, ເມື່ອອອກໄປເຮັດພາລະກິດທາງນອກເຂົ້າມາກໍຕ້ອງໃສ່ຜ້າອັດປາກ – ອັດດັງ ແລະ ລ້າງມືເຊັ່ນດຽວກັນ ເຖິງແມ່ນວ່າຈະບໍ່ໄດ້ສຳຜັດຫຍັງກໍຕາມ, ໃສ່ຜ້າປິດປາກທຸກຄັ້ງເມື່ອຈະອອກໄປນອກ ຫຼື ໄປພົບປະກັບຜູ້ຄົນ, ບໍ່ໄປບ່ອນທີ່ມີຈຸດສ່ຽງ ແລະ ກັກຕົວເອງຢູ່ເຮືອນ.

ສຸດທ້າຍນີ້ກໍຂໍຝາກເຖິງປວງຊົນລາວທຸກຄົນຈົ່ງຮ່ວມໃຈກັນປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດແລະ ໝັ່ນຕິດຕາມຂ່າວສານຈາກທາງການຢ່າງໃກ້ຊິດ.

ຂ່າວ: ແກ້ວ; ຮູບ: ໂຊນ່ານ