ປະເທດເຄນຢາ ເສຍຊີວີດເກືອບ 200 ຄົນ ຈາກຝົນຕົກໜັກດິນເຈື່ອນ

60

ຝົນຕົກໜັກຢ່າງຕໍ່ເນື່ອງໃນປະເທດເຄນຢາ ທາງພາກຕາເວັນອອກຕອນກາງຂອງທະວີບອາຟຣິກາ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນ ມີຜູ້ເສຍຊີວິດ 194 ຄົນ ຂະນະທີ່ ພື້ນທີ່ພາກກະສິກຳ ເສຍຫາຍກວ່າ 3 ພັນເຮັກຕ້າ.

ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງໄນໂຣບີ ປະເທດເຄນຢາ ເມື່ອວັນພຸດ ທີ 6 ພຶດສະພາ ວ່າ ຝົນຕົກໜັກຕໍ່ເນື່ອງໃນປະເທດເຄນຢາ ເຮັດໃຫ້ເກີດນ້ຳໄຫຼນອງ ແລະ ຖ້ວມຄ້າຍກັບປີຜ່ານມາ ເຊິ່ງກໍ່ໃຫ້ເກີດໄພຄຸກຄາມ ແລະ ການແຜ່ລະບາດຂອງຝູງຕັກກະແຕນຈຳນວນຫຼາຍໄປປະເທດອ້ອມຂ້າງ ທາງພາກຕາເວັນອອກຂອງທະວີບອາຟຣິກກາ.

ຖະແຫຼງການຂອງທຳນຽບປະທານາທິບໍດີເຄນຢາ ກ່າວວ່າ ໄດ້ອົບພະຍົບປະຊາຊົນອອກຈາກຫຼາຍພື້ນທີ່ນໍ້າຖ້ວມ ແລະ ເຂື່ອນໃຫຍ່ຫຼາຍແຫ່ງທີລະດັບນ້ຳສູງເຖິງຂີດຮອງຮັບສູງສຸດ, ຈົນເຖິງວັນພຸດ ທີ 6 ພຶດສະພາ ມີຜູ້ເສຍຊີວິດຢ່າງໜ້ອຍ 194 ຄົນ ສ່ວນຫຼາຍແມ່ນຢູ່ພາກຕາເວັນຕົກ, ພາກກາງ ແລະ ແຄມຝັ່ງມະຫາໝຸດອິນເດຍ ນໍ້າຖ້ວມຄັ້ງນີ້ຍັງສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ກະສິກຳ 3.240 ເຮັກຕາ.

ກະຊວງສາທາລະນະສຸກເຄນຢາ ແຈກຈ່າຍຜ້າປິດປາກອະນາໄມ ແລະ ອຸປະກອນການແພດທີ່ຈຳເປັນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ອາໄສຢູ່ໃນສູນພັກເຊົາຂອງທາງການ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສ ໂຄວິດ-19.

ດ້ານສະຖານະການແຜ່ລະບາດຂອງໄວຣັສໂຄວິດ-19 ໃນປະເທດເຄນຢາ ເຊິ່ງມີປະຊາກອນ 53,7 ລ້ານຄົນ ຈົນເຖິງວັນພຸດ ທີ 6 ພຶດສະພາ ຜ່ານມາ ມີຜູ້ຕິດເຊື້ອສະສົມ 535 ຄົນ, ເສຍຊີວິດ 24 ຄົນ ແລະ ປິ່ວປົວເຊົາແລ້ວ 182 ຄົນ.