ເມືອງພູວົງ ເຂັ້ມງວດການຄຸ້ມຄອງລາຄາສິນຄ້າໄລຍະການລະບາດຂອງພະຍາດ ໂຄວິດ – 19

102

ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງພູວົງ ແຂວງອັດຕະປື ໄດ້ສຸມໃສ່ວຽກງານການກວດກາ ແລະ ເຂັ້ມງວດການຂາຍສິນຄ້າຂອງຜູ້ປະກອບການຕ່າງໆ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາສິນຄ້າ ກໍຄືເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ໃນໄລຍະວິກິດການລະບາດຂອງພະຍາດໂຄວິດ – 19.

ທ່ານ ວິໄລວັນ ໄຊຍະບຸນຮາຍ ວ່າການຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງພູວົງ ແຂວງອັດຕະປື ໄດ້ໃຫ້ສໍາພາດວ່າງບໍ່ດົນມານີ້ວ່າ: ອໍານາດການປົກຄອງເມືອງພູວົງ ກໍຄືຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຖືສໍາຄັນ ແລະ ເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການເໜັງຕີງສູງເກີນໄປ ໂດຍສະເພາະໃນໄລຍະຂອງການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ – 19 ເຊິ່ງໃນການຄຸ້ມຄອງລາຄາສິນຄ້າພາຍໃນເມືອງພູວົງ ແມ່ນປະຕິບັດຕາມສໍາສັ່ງແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ ເຊິ່ງໄດ້ແຕ່ງຕັ້ງພະນັກງານວິຊາການລົງເຄື່ອນໄຫວສົມທົບກັບພາກສ່ວນກ່ຽວຂ້ອງຕິດຕາມກວດກາຢ່າງເຂັ້ມງວດ ແລະ ໄດ້ສ້າງບົດບັນທຶກຮ່ວມກັບຜູ້ປະກອບການການຄ້າຂາຍພາຍໃນເມືອງ ເພື່ອຮັບປະກັນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາຂອງສິນຄ້າ.

ທ່ານ ວິໄລວັນ ໄຊຍະບຸນຮາຍ ໄດ້ກ່າວຕື່ມວ່າ: ປັດຈຸບັນລາຄາສິນຄ້າພາຍໃນເມືອງພູວົງ ໂດຍສະເພາະສິນຄ້າປະເພດເຄື່ອງອຸປະໂພກ ແລະ ບໍລິໂພກທີ່ຂາຍໃນທ້ອງຕະຫຼາດແມ່ນຢູ່ໃນເກນປົກກະຕິ. ສໍາລັບສິນຄ້າປະເພດຊີ້ນງົວ ຂາຍໃນລາຄາ 70 ພັນກີບຕໍ່ 1 ກິໂລ, ຊີ້ນຄວາຍ 65 ພັນກີບຕໍ່ 1 ກິໂລ, ຊີ້ນໝູ 45 ພັນກີບຕໍ່ 1 ກິໂລ; ສ່ວນເຂົ້າສານປະເພດຕ່າງໆກິໂລລະ 7 ພັນ ຫາ 9 ພັນກີບ ແລະ ສິນຄ້າອື່ນໆກໍເຫັນວ່າມີການຂາຍຢູ່ໃນລາຄາປົກກະຕິ.