ຍັງມີເຄື່ອງມືອຸປະກອນການແພດຕ້ານໂຄວິດ-19 ຈຳນວນໜຶ່ງທີ່ລັດຖະບານຕ້ອງຈັດຊື້ຢ່າງຮີບດ່ວນ

76
A medical worker in protective suit prepares for an RNA test at Jinyintan hospital in Wuhan, the epicentre of the novel coronavirus outbreak, in Hubei province, China February 13, 2020. Picture taken February 13, 2020. China Daily via REUTERS ATTENTION EDITORS - THIS IMAGE WAS PROVIDED BY A THIRD PARTY. CHINA OUT.

ເຖິງແມ່ນວ່າປັດຈຸບັນ ສປປ ລາວ ຈະໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆໃນສັງຄົມທັງພາຍໃນ ແລະ ຕ່າງປະເທດຢູ່ຕະຫຼອດ ບໍ່ວ່າຈະເປັນເງິນສົດ ຫຼື ອຸປະກອນການແພດຕ້ານໂຄວິດ-19 ບວກກັບເປັນເວລາ 20ກວ່າວັນທີ່ລາວເຮົາບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ແຕ່ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ຍັງໃຫ້ປະຊາຊົນສືບຕໍ່ປະຕິບັດມາດຕະການຕ່າງໆຕໍ່ໄປ ພ້ອມບໍ່ປະໝາດ ພ້ອມດຽວກັນນີ້ຍັງຄົ້ນຄວ້າຈັດຊື້ອຸປະກອນການແພດເພີ່ມ ເພື່ອກຽມພ້ອມຮັບມືໃຫ້ທັນກັບສະພາບການຫາກເກີດການລະບາດຮອບໃໝ່.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເປີດເຜີຍໃນວັນທີ 6 ພືກສະພານີ້ວ່າ: ອີງຕາມການຄົ້ນຄວ້າດ້ານວິຊາການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຫັນວ່າເຄື່ອງມືດ້ານການແພດຈໍານວນໜຶ່ງ ຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນອັນຮີບດ່ວນເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.

ສິ່ງທີ່ຕ້ອງຈັດຊື້ຮີບດ່ວນມີດັ່ງນີ້: ສະເໜີນໍາໃຊ້ເງິນບ້ວງຮັບບໍລິຈາກຂອງສັງຄົມປະມານ 9,54ຕື້ກີບ ເພື່ອຈັດຊື້ ເຄື່ອງຕິດຕາມອາການຄົນເຈັບ ຈໍານວນ 23 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ; ເຄື່ອງຊ່ວຍຫາຍໃຈຈໍານວນ 14ເຄື່ອງ ເພື່ອໃຫ້ໂຮງໝໍສູນກາງ 7ເຄື່ອງ ແລະ ໂຮງໝໍພາກ 7ເຄື່ອງ; ລົດຮັບສົ່ງຄົນເຈັບແບບລົດຕູ້ທີ່ຮັບໃຊ້ສະເພາະໂຄວິດ-19 ຄົບຊຸດ ຈໍານວນ 1ຄັນ ເພື່ອປະກອບໃຫ້ໂຮງໝໍມິດຕະພາບ; ລົດຮັບສົ່ງຄົນເຈັບແບບລົດຕູ້ ມີອຸປະກອນຄົບຊຸດຈໍານວນ 2ຄັນ ເພື່ອໃຫ້ໂຮງໝໍ 103.

ພ້ອມນີ້ກໍ່ສະເໜີນໍາໃຊ້ເງິນບ້ວງງົບປະມານຂອງລັດ ປະມານ 23,98ຕື້ກີບ ເພື່ອຈັດຊື້ ເຈວລ້າງມື 20.000ກ່ອງ, ເພື່ອແຈກຢາຍໃຫ້ສູນກາງ 3.000ກ່ອງ ແລະ ທ້ອງຖິ່ນ 17.000 ກ່ອງ; ຊຸດ PPE (ຊຸດອາວະກາດ) ຈໍານວນ 20.000ຊຸດ ເພື່ອຢາຍໃຫ້ສູນກາງ 10.000ຊຸດ ແລະ ທ້ອງຖິ່ນ 10.000ຊຸດ; ໜ້າກາກອະນາໄມສໍາລັບແພດ(ຜ້າອັດປາກ-ດັງ) ຈໍານວນ 5ລ້ານອັນ ເພື່ອຢາຍໃຫ້ສູນກາງ 2ລ້ານອັນ, ທ້ອງຖິ່ນ 3ລ້ານອັນ ພ້ອມດ້ວຍລົດຮັບສົ່ງຄົນເຈັບແບບລົດຕູ້ ມີອຸປະກອນພື້ນຖານ ຈໍານວນ 7ຄັນ ເພື່ອປະກອບໃຫ້ໂຮງໝໍແຂວງ.