ເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ລັດຖະບານເລັ່ງແຈກຢາຍເຖິງມືພາກສ່ວນຕ່າງໆແລ້ວ

118

ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ສປປ ລາວ ເລັງໃສ່ມາດຕະການກຽມຮັບມືພ້ອມແກ້ໄຂການລະບາດຂອງພະຍາດດັ່ງກ່າວ ພ້ອມນີ້ກໍ່ຄົ້ນຄວ້າຫາເຄື່ອງມືອຸປະກອນການແພດຕ່າງໆເພື່ອຮອງຮັບກໍລະນີມີການລະບາດ ເຊິ່ງກໍ່ໄດ້ຮັບທັງການຊ່ວຍເຫຼືອຈາກສັງຄົມ ແລະ ຈັດຊື້ດ້ວຍງົບປະມານຂອງລັດ ພ້ອມນໍາໄປແຈກຈ່າຍໃຫ້ກັບພາກສ່ວນຕ່າງໆໃນທົ່ວປະເທດ.

ໃນໂອກາດເຂົ້າຮ່ວມການຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຢູ່ກະຊວງສາທາລະນະສຸກ ວັນທີ 6 ພຶດສະພາ 2020, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ການເບີກຈ່າຍ ແລະ ແຈກຢາຍມອບເຄື່ອງວັດຖຸ ແລະ ອຸປະກອນການແພດຕ່າງໆ ທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຮັບການຊ່ວຍເຫຼືອຂອງສັງຄົມ ນັບແຕ່ເດືອນກຸມພາເປັນຕົ້ນມາ ໄດ້ແຈກຢາຍໃຫ້ບັນດາໂຮງໝໍສູນກາງ ແລະ ໂຮງໝໍປິ່ນປົວໂຄວິດ-19 ທັງໝົດ 10 ພາກສ່ວນ ຄື: ໂຮງໝໍມິດຕະພາບ (150ຕຽງ); ໂຮງໝໍ 103 ກອງທັບ; ໂຮງໝໍແຂວງມະໂຫສົດ; ໂຮງໝໍເສດຖາທິລາດ; ສູນວິເຄາະລະບາດວິທະຍາ; ໂຮງໝໍເດັກ; ໂຮງໝໍແມ່ ແລະ ເດັກເກີດໃໝ່; ໂຮງໝໍແຂວງຫຼວງພະບາງ(ປິ່ນປົວໂຄວິດ-19); ໂຮງໝໍແຂວງຈໍາປາສັກ ແລະ ໂຮງໝໍແຂວງສະຫວັນນະເຂດ, ໂດຍເຄື່ອງຊ່ວຍເຫຼືອທີ່ໄດ້ຮັບລວມມີອຸປະກອນການແພດ, ຢາປົວພະຍາດ ແລະ ເຄື່ອງມືປ້ອງກັນການຕິດເຊື້ອຕ່າງໆ.

ນອກຈາກນີ້ ບັນດາໂຮງໝໍແຂວງ ແລະ ພະແນກສາທາລະນະສຸກປະຈໍານະຄອນຫຼວງ ກໍ່ໄດ້ຮັບເຊັ່ນກັນ ເຊິ່ງການເບີກຈ່າຍມີເຄື່ອງມືການແພດ, ອຸປະກອນເຄມີ-ວິເຄາະ, ເຄື່ອງມືປ້ອງກັນການຕິດເຊື້ອ, ຢາປິ່ນປົວພະຍາດ ແລະ ເຄື່ອງມືອຸປະກອນອື່ນໆ. ພ້ອມດຽວກັນນັ້ນ ກໍ່ໄດ້ເບີກຈ່າຍອຸປະກອນ ແລະ ຊຸດປ້ອງກັນສຸກເສີນໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ; ບັນດາດ່ານສາກົນ, ກະຊວງ ແລະ ພາກສ່ວນອື່ນຂັ້ນສູນກາງ 19ພາກສ່ວນອີກດ້ວຍ.