ຖວທ! ແນະນຳ 8 ວິທີເພີ່ມເຕີມໃນການປະຕິບັດຕົນຢູ່ບ່ອນເຮັດວຽກ

83

ອີງຕາມ ແຈ້ງການຂອງ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເລກທີ 145/ຖວທ ລົງວັນທີ 6 ພຶດສະພາ 2020 ໄດ້ມີຄຳແນະນຳເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດການວັດແທກອຸນຫະພູມຄົນເຂົ້າ-ອອກ ສຳນັກງານ ແລະ ການປະຕິບັດຕົນ.

ໃຫ້ບັນດາທ່ານຫົວໜ້າກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ຖວທ ໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃນການມາເຮັດວຽກງານຢູ່ສຳນັກງານຂອງຕົນ ຢ່າງເປັນປົກກະຕິຄືດັ່ງນີ້:

1 ການລ້າງມື: ຕ້ອງລ້າງມືເວລາຮອດຫ້ອງການ ແລະ ກ່ອນອອກຈາກຫ້ອງການ, ສ້າງສະຖານທີ່ລ້າງມື ແລະ ສະໜອງອຸປະກອນລ້າງມື ໃສ່ສະຖານທີ່ລ້າງມືດັ່ງກ່າວ, ລ້າງມືເລື້ອຍໃນແຕ່ລະວັນ.

ພາບປະກອບ

2 ການໄອ, ຈາມ, ການຫາຍໃຈເອົາອາກາດທີ່ສົດໃສ ເຊັ່ນ: ປິດດັງ ແລະ ປາກ ດ້ວຍເຈ້ຍທິດຊູອານາໄມ ຫຼື ໃຊ້ແຂນສອກໃນເວລາໄອຈາມ ແລະ ລ້າງມືໃຫ້ສະອາດທັນທີ, ຖ້າໃຊ້ໜ້າກາກປິດປາກ-ດັງຊະນິດຜ່້າແພ, ໃຊ້ຊັກທຸກໆມື້ດ້ວຍສະບູ່ ແລະ ນ້ຳຮ້ອນ, ຖ້າໃຊ້ຜ້າອັດປາກ-ດັງທີ່ໃຊ້ແບບຄັ້ງດຽວ ໃຫ້ປ່ຽນທຸກໆມື້ ຫຼື ເວລາປຽກຊຸ່ມ ແລະ ເປື້ອນ.

3 ການຢູ່ຫ່າງກັນ 1 ແມັດ ເຊັ່ນ: ຈັດສັນສະຖານທີ່ໃຫ້ເໝາະສົມ ເພື່ອຫຼີກລຽງການແອອັດ, ຈຳກັດຈຳນວນພະນັກງານ, ລັດຖະກອນທີ່ຢູ່ພາຍໃນຫ້ອງການ; ຈັດແຈງຫ້ອງການຄືນໃໝ່ໃຫ້ມີໄລຍະຫ່າງໃນການນັ່ງເຮັດວຽກ, ໝາຍຊັ້ນພື້ນ (ຢູ່ພາຍນອກ ແລະ ພາຍໃນ) ແລະ ໝາຍບ່ອນນັ່ງຢູ່ພາຍໃນເພື່ອຊີ້ບອກບ່ອນນັ່ງ ຫຼື ຢືນ, ຖ້າເປັນໄປໄດ້, ໃຫ້ຕິດເຄື່ອງກັ້ນລະຫວ່າງບຸກຄົນເພື່ອເພີ່ມການປ້ອງກັນຂຶ້ນຕື່ມ; ຈັດສັນໃຫ້ແຕ່ລະຄົນມີໂຕະເຮັດວຽກ, ຕັ້ງ ແລະ ບ່ອນເຮັດວຽກຂອງຕົນສະເພາະເຄື່ອງກັ້ນສຳລັບສະຖານທີ່ຫ້ອງການ.

ພາບປະກອບ

4 ການອະນາໄມ ແລະ ອະເຊື້ອ: ທໍາຄວາມສະອາດ ແລະ ອະເຊື້ອທຸກຊັ້ນ, ເນື້ອທີ່ ແລະ ຫ້ອງນໍ້າ ທຸກໆມື້ກ່ອນທີ່ພະນັກງານ ຫຼື ຄົນທາງນອກຈະເຂົ້າມາ (ທໍາຄວາມສະອາດດ້ວຍນໍ້າຢາຊັກຟອກ, ໄລດ້ວຍນໍ້າ, ຫຼັງຈາກນັ້ນອະເຊື້ອດ້ວຍນໍ້າຢາຂ້າເຊື້ອພະຍາດທີ່ມີຄວາມເຂັ້ມ 0.1% ຫຼື (0.1 bleach solution), ສຳລັບເນື້ອທີ່ຂະໜາດນ້ອຍໃຊ້ນໍ້າເຫຼົ້າ 70%, ເຊັດດ້ວຍນ້ຳຢາຂ້າເຊື້ອ, ບໍ່ຄວນນໍາໃຊ້ສະເປອະເຊື້ອ; ທຳຄວາມສະອາດ ແລະ ອະເຊື້ອເຄື່ອງໃຊ້ຫ້ອງການທີ່ສຳພັດເລື້ອຍໆເຊັ່ນ: ຄອມພິວເຕີ, ໂທລະສັບ, ເຄື່ອງໂຟໂຕກອບປີ ບາຍຈັບປະຕູ, ສະວິດປິດເປີດໄຟ, ແຜ່ນກົດປຸ່ມຂຶ້ນ, ລົງໃນລິຟ (lift buttons)…; ຖ້າພະນັກງານໃຊ້ໂຕະ, ບ່ອນເຮັດວຽກ ແລະ ອຸປະກອນຮ່ວມກັນ ໃຫ້ທໍາຄວາມສະອາດ ແລະ ອະເຊື້ອເຄື່ອງເຫຼົ່ານັ້ນ ກ່ອນ ຫຼື ຫຼັງນໍາໃຊ້ແຕ່ລະຄົນ (ໃຫ້ເບິ່ງລາຍລະອຽດຕື່ມໃນ “ຄູ່ມື ແລະ ຂັ້ນຕອນການປະຕິບັດກ່ຽວກັບການທຳຄວາມສະອາດ ແລະ ອະເຊື້ອສຳລັບສະຖານທີ່ທົ່ວໄປ

5 ອາກາດລ່ວງດີ: ລະບາຍອາກາດແບບທຳມະຊາດ ໂດຍການເປີດປະຕູ ແລະ ປ່ອງຢ້ຽມ, ທຳຄວາມສະອາດແອເປັນປະຈຳ ແລະ ປະຕິບັດຕາມຂໍ້ແນະນຳໃນການນຳໃຊ້ແອ.

ພາບປະກອບ

6 ການກວດອຸຫະພູມຮ່າງກາຍ: ກວດອຸນຫະພູມຮ່າງກາຍພະນັກງານ ແລະ ລູກຄ້າທຸກຄົນເວລາມາຮອດປະຕູທາງເຂົ້າສຳນັກງານ, ຫ້ອງການ ໂດຍນຳໃຊ້ເຄື່ອງກວດອຸນຫະພູມໃຫ້ໃຊ້ຈຸດດຽວເທົ່ານັ້ນເປັນທາງເຂົ້າຫ້ອງການ, ບຸກຄົນໃດໜຶ່ງທີ່ມີອຸນຫະພູມຮ່າງກາຍເກີນ 37.5 ອົງສາ ແມ່ນບໍ່ອະນຸຍາດໃຫ້ເຂົ້າຫ້ອງການ ແນະນຳໃຫ້ພວກເຂົາເຈົ້າກັບຄືນບ້ານ ແລະ ໂທຫາ 165/166, ສື່ສານເປັນປະຈຳກັບພະນັກງານວ່າພວກເຂົາບໍ່ຄວນມາຫ້ອງການ ຖ້າພວກເຂົາຫາກມີອາການໄອ, ໄຂ້ ແລະ ເຈັບຄໍ ເຖິງແມ່ນວ່າອາການທີ່ເປັນຈະເບົາບາງກໍ່ຕາມ.

ພາບປະກອບ

7 ການວາງແຜນ, ດໍາເນີນການ, ຕິດຕາມ: ໃຫ້ມາເຮັດວຽກຢູ່ຫ້ອງການປົກກະຕິໂດຍປະຕິບັດໄລຍະຫ່າງຢ່າງນ້ອຍ 1 ແມັດ; ຫ້ອງການເຮັດວຽກບ່ອນໃດຄັບແຄບແມ່ນໃຫ້ຈັດໜູນວຽນກັນມາວຽກໃຫ້ເໝາະສົມຕາມໜ້າວຽກຕົວຈິງ, ສ່ວນຜູ້ທີ່ບໍ່ໄດ້ມາຫ້ອງການແມ່ນໃຫ້ເຮັດວຽກຢູ່ເຮືອນຜ່ານລະບົບອອນລາຍເພື່ອປະຕິບັດການຮັກສາໄລຍະຫ່າງ.; ແຕ່ງຕັ້ງຜູ້ຕິດຕາມ 1 ຄົນ ເພື່ອຊ່ວຍຕິດຕາມການປະຕິບັດຕາມການປ້ອງກັນ, ການວາງແຜນເດີນທາງ ໃຫ້ຕິດຕາມຂໍ້ມູນອັບເດດສຳລັບ ໂຄວິດ-19 ກ່ອນຈະວາງແຜນ ແລະ ສະໜອງຂໍ້ມູນໃຫ້ແກ່ພະນັກງານ.

ພາບປະກອບ

8 ເວລາກັບມາຮອດເຮືອນ ຕ້ອງລ້າງມືໃຫ້ສະອາດ, ປ່ຽນເຄື່ອງນຸ່ງທັນທີ, ຊັກເຄື່ອງດ້ວຍແຟັບ ຫຼື ນ້ຳຮ້ອນຢ່າງໜ້ອຍ 60 ອົງສາ ເມື່ອນຳໃຊ້ນ້ຳເຢັນຊັກຕ້ອງໃຊ້ ນ້ຳຢາຊັກຟອກທີ່ມີຄວາມເຂັ້ມ 0,05%; ອະເຊື້ອເຄື່ອງໃຊ້ສ່ວນຕົວຂອງຕົນ (ຕົວຢ່າງ: ໂທລະສັບມືຖື, ແວ່ນຕາ ແລະ ອື່ນໆ) ດ້ວຍນ້ຳເຫຼົ້າ 70% ຫຼື ເຊັດດ້ວຍນ້ຳຢາອະເຊື້ອທຸກມື້.