4 ມື້ຕິດຕໍ່ກັນ! ຣັດເຊຍ ມີຜູ້ປ່ວຍໂຄວິດ-19 ປະຈຳວັນເພິ່ມຂຶ້ນຫຼາຍ 10 ພັນຄົນ

63

ຣັດເຊຍຢືນຢັນຜູ້ຕິດເຊື້ອໄວຣັສໂຄວິດ-19 ປະຈຳວັນ ຫຼາຍກວ່າ 10 ພັນຄົນ ເປັນມື້ທີ 4 ຕິດຕໍ່ກັນ ສ່ວນຜູ້ເສຍຊີວິດສະສົມຫຼາຍກວ່າ 1,5 ພັນຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນພຸດ ທີ 6 ພຶດສະພາ ວ່າ ສູນຕອບສະໜອງວິກິດການແຜ່ລະບາດໂຄວິດ-19 ຂອງຣັດເຊຍ ໄດ້ລາຍງານເມື່ອວັນພຸດ ກ່ຽວກັບສະພາບການຂອງໂຄວິດ-19 ໃນປະເທດ ວ່າ ມີຜູ້ປ່ວຍໃໝ່ເພິ່ມອີກ 10.559 ຄົນ ເພິ່ມຈຳນວນສະສົມເປັນ 165.929 ຄົນ ແລະ ປິ່ນປົວເຊົາແລ້ວ 21.327 ຄົນ.

ທັງນີ້, ສະຖິຕິດັ່ງກ່າວ ເຮັດໃຫ້ເປັນມື້ທີ 4 ຕິດຕໍ່ກັນແລ້ວ ທີ່ຣັດເຊຍຢືນຢັນການພົບຜູ້ຕິດເຊື້ອໃໝ່ປະຈຳວັນຫຼາຍກວ່າ 10 ພັນຄົນ ໂດຍສະຖິຕິສູງສຸດແມ່ນວັນອາທິດທີ່ໄດ້ຢືນຢັນຜູ້ປ່ວຍໃໝ່ 10.633 ຄົນ ຂະນະທີ່ ຫຼ້າສຸດໄດ້ຢືນຢັນຜູ້ເສຍຊີວິດເພິ່ມອີກ 86 ຄົນ ໃນຮອບໜຶ່ງວັນຜ່ານມາ ເພີ່ມສະຖິຕິຜູ້ເສຍຊີວິດສະສົມເປັນ 1.537 ຄົນ.

ນາຍົກລັດຖະມົນຕີມິຄາອິລ ມິຊຸສຕິນ (ຢູ່ໃນຈໍດ້ານຂວາ) ສົນທະນາຜ່ານວິດິໂອຄອລກັບ ປະທານາທິບໍດີວະລາດິເມຍ ຢູຕິນ (ຊ້າຍ)

ຂະນະທີ່ ທຳນຽບເຄຣມລິນ ບ່ອນເຮັດວຽກຂອງຄະນະປະທານາທິບໍດີ ອອກຖະແຫຼງການກ່ຽວກັບອາການປ່ວຍຂອງນາຍົກລັດຖະມົນຕີມິຄາອິລ ມິຊຸສຕິນ ເຊິ່ງເປັນເຈົ້າໜ້າທີ່ລະດັບສູງຄົນທຳອິດໃນລັດຖະບານຣັດເຊຍທີ່ຕິດເຊື້ອໂຄວິດ-19 ແລະ ເຂົ້າຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫຼວງມອສໂກ ຕັ້ງແຕ່ອາທິດກ່ອນ ວ່າ “ອາການຂອງທ່ານດີຫຼາຍ” ເຊິ່ງທ່ານມິຊຸສຕິນ ຮູ້ສຶກອາການເປັນປົກກະຕິ ແຕ່ຍັງຕ້ອງຢູ່ພາຍໃຕ້ການດູແລຢ່າງໃກ້ຊິດຈາກຄະນະແພດ. ຢ່າງໃດກໍ່ຕາມ, ທ່ານກໍ່ສາມາດກັບມາເຮັດວຽກໄດ້ແລ້ວ ໂດຍປະສານວຽກຜ່ານທາງໂທລະສັບ ແລະ ວິດີໂອເປັນຫຼັກ.