ແພນອອສ໌ ແລະ ພູເບ້ຍ ມາຍນິງ ມອບເຄື່ອງຮ່ວມຕ້ານໂຄວິດ-19

261

ບໍລິສັດ ແພນອອສ໌ ແລະ ພູເບ້ຍ ມາຍນິງ ຈຳກັດ ໄດ້ສະໜັບສະໜູນອຸປະກອນການແພດ ແລະ ທຶນຮອນ ໃຫ້ແກ່ລັດຖະບານ ລວມູນຄ່າ 834.000 ໂດລາສະຫະລັດ ເພື່ອຕ້ານການລະບາດຂອງໂຄວິດ-19.

ໃນວັນທີ 6 ພຶດສະພາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ຮັບເຄື່ອງຊ່ວຍເຫຼືອ ແລະ ເງິນສົດ ຈາກທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ.

ສຳລັບອຸປະກອນການແພດ ແລະ ທຶນຮອນ ທີ່ບໍລິສັດ ແພນອອສ໌ ແລະ ພູເບ້ຍ ມາຍນິງ ຈຳກັດ ນຳມາມອບໃຫ້ແກ່ລັດຖະບານ ລວມມູນຄ່າ 834.000 ໂດລາສະຫະລັດ, ໃນນີ້: ມອບໃຫ້ສູນກາງ 650.000 ໂດລາສະຫະລັດ, ເປັນອຸປະກອນການແພດ 500.000 ໂດລາສະຫະລັດ ແລະ ເງິນສົດ 150.000 ໂດລາສະຫະລັດ.

ພ້ອມນີ້ຍັງໄດ້ມອບໃຫ້ແຂວງໄຊສົມບູນແຂວງທີ່ບໍລິສັດຕັ້ງຢູ່ຈຳນວນ 184.000 ໂດລາສະຫະລັດ, ເປັນອຸປະກອນການແພດ ມູນຄ່າ 100.000 ໂດລາສະຫະລັດ, ເຄື່ອງຊ່ວຍຫາຍໃຈທຽມ 2 ເຄື່ອງ ມູນຄ່າ 34.000 ໂດລາສະຫະລັດ ແລະ ເງິນສົດອີກ 50.000 ໂດລາສະຫະລັດ