ຂ່າວດີ 24 ມື້ລຽນຕິດ! 6 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິີດ-19 ເພີ່ມ, 10ຄົນຢູ່ໂຮງໝໍດີຂຶ້ນຕາມລຳດັບ

195

ນັບວ່າເປັນຂ່າວດີ 24 ມື້ລຽນຕິດ ຫຼັງສາທາອອກມາຖະແຫຼງວັນທີ 6 ພຶດສະພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍອດຜູ້ຕິດເຊື້ອທັງໝົດຄົງທີ່ 19 ກໍລະນີ ໃນນັ້ນ ປິ່ນປົວຫາຍດີອອກໂຮງໝໍແລ້ວ 9ຄົນ, ຍັງຕິດຕາມອາການຢູ່ໂຮງໝໍຕໍ່ 10 ຄົນ ເຊິ່ງ ໜຶ່ງໃນນັ້ນແມ່ນຜູ້ປ່ວຍທີ່ອອກໂຮງໝໍໄປແລ້ວແຕ່ກັບມາກວດພົບເປັນຜົນບວກ ຈຶ່ງນໍາກັບມາຕິດຕາມອາການຢູ່ໂຮງໝໍຕໍ່.

ໃນວັນທີ 6 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ, ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 5 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 87 ຄົນ, ໃນນັ້ນ ມີກໍລະນີສົງໄສ 4 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 83 ຄົນ, ເຊິ່ງຜົນກວດທັງໝົດ 87 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ໝາຍຄວາມວ່າໃນວັນທີ 5 ພຶດສະພາ 2020 ບໍ່ມີກໍລະນີໃໝ່.

ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 5 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.505 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (24 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ດ້ານການຕິດຕາມອາການ ແລະ ປິ່ນປົວຄົນເຈັບ ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ, ເຊິ່ງເຫັນວ່າທັງໝົດແມ່ນມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນຕໍ່ໄປ.