ທາງການເມືອງມຸມໄບ ສັ່ງຫ້າມຈຳໜ່າຍເຄື່ອງດື່ມແອລກໍຮອລ ເນື່ອງຈາກປະຊາຊົນບໍ່ປະຕິບັດກົດລະບຽບ

114

ທາງການເມືອງມຸມໄບຂອງອິນເດຍສັ່ງໃຫ້ປິດຮ້ານຂາຍເຄື່ອງດືມແອລກໍຮອລທຸກແຫ່ງໃນເຂດເມືອງ ຫຼັງຈາກຜ່ອນຜັນມາດຕະການປິດເມືອງເຮັດໃຫ້ປະຊາຊົນບໍ່ປະຕິບັດຕາມມາດຕະການໄລຍະຫ່າງທາງສັງຄົມ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງມຸມໄບ ປະເທດອິນເດຍ ເມື່ອວັນພຸດ ທີ 6 ພຶດສະພາ ວ່າ ເທສະບານເມືອງມຸມໄບ ເຊິ່ງເປັນເມືອງໃຫຍ່ອັນດັບ 2 ຂອງອິນເດຍ ຮອງຈາກນະຄອນຫຼວງນິວເດລີ ໄດ້ອອກຖະແຫຼງການກ່ຽວກັບການປິດຮ້ານຈຳໜ່າຍເຄື່ອງດື່ມແອລກໍຮອລທຸກແຫ່ງໃນເມືອງ ຕັ້ງແຕ່ວັນທີ 6 ພຶດສະພາ ເປັນຕົ້ນໄປ “ຈົນກວ່າຈະມີການປ່ຽນແປງ” ເຫຼືອໄວ້ແຕ່ຮ້ານຂາຍເຄື່ອງທົ່ວໄປ ແລະ ຮ້ານຂາຍຢາເທົ່ານັ້ນ.

ທັງນີ້, ລັດຖະບານກາງໃນນະຄອນຫຼວງນິວເດລີ ໂດຍທ່ານນາຍົກລັດຖະມົນຕີນະເຣນທຣາ ໂມດີ ມີຄຳສັ່ງເລິ່ມຜ່ອນຜັນ ມາດຕະການປິດເມືອງໄລຍະທຳອິດເປັນທາງການ ນັບແຕ່ມີຜົນບັງຄັບໃຊ້ຢ່າງເຂັ້ມງວດເມື່ອທ້າຍເດືອນມີນາ ເປັນຕົ້ນມາ ເຊິ່ງຜູ້ນຳອິນເດຍອະນຸຍາດໃຫ້ມີຮ້ານຂາຍເຄື່ອງຫຼາຍແຫ່ງ ລວມທັງສະຖານທີ່ປະກອບການເຄື່ອງດື່ມແອລກໍຮອລ ກໍ່ສາມາດກັບມາເປີດບໍລິການ.

ຢ່າງໃດກໍ່ຕາມ, ມີລາຍງານວ່າ ສະຖານະການຕາມຮ້ານຈຳໜ່າຍເຄື່ອງດື່ມແອລກໍຮອລຫຼາຍແຫ່ງແອອັດໄປດ້ວຍປະຊາຊົນຈຳນວນຫຼາຍທີ່ໄປລຽນຄິວຍາວຢຽດ ແລະ ບຽດກັນຈົນບໍ່ປະຕິບັດຕາມມາດຕະການໄລຍະຫ່າງທາງສັງຄົມ ເພື່ອຫຼຸດຄວາມສ່ຽງການແຜ່ລະບາດຂອງໂຄວິດ-19 ຍິ່ງໄປກວ່ານັ້ນ ຍັງມີລາຍງານເຫດຄວາມວຸ້ນວາຍໃນຫຼາຍພື້ນທີ່ຈົນເຮັດໃຫ້ຕຳຫຼວດອອກມາຄວບຄຸມສະຖາການໄດ້ບາງແຫ່ງ.

ມາດຕະການຂອງເມືອງມຸມໄບມີຂຶ້ນໃນເວລາດຽວກັນກັບທ່ານອາວິນ ເກດໄຣວັລ ລັດຖະມົນຕີລັດນິວເດລີ ໄດ້ປະກາດມາດຕະການສຸກເສີນ “ຄ່າທຳນຽມພິເສດໂຄໂຣນາ” ເຊິ່ງເປັນການເພິ່ມອັດຕາພາສີເຄື່ອງດື່ມແອລກໍຮອລອີກ 70% ຈາກລາຄາຂາຍຍ່ອຍແພງທີ່ສຸດ ຫຼັງຈາກມີປະຊາຊົນຈຳນວນຫຼາຍມາເຕົ້າໂຮມກັນຕາມຮ້ານຈຳໜ່າຍເຄື່ອງດື່ມແອລກໍຮອລທຸກແຫ່ງໃນນະຄອນຫຼວງຈົນເກີດບັນຫາຂອງອົງການຈັດຕັ້ງທາງສັງຄົມເຊັ່ນກັນ.

ອີກປະການໜຶ່ງ ມີການວິເຄາະວ່າ ການທີ່ລັດຖະບານກາງອະນຸຍາດໃຫ້ຮ້ານຈຳໜ່າຍເຄື່ອງດື່ມແອລກໍຮອລກັບມາເປີດບໍລິການໄດ້ ອາດຈະເປັນໄປຕາມສຽງຮຽກຮ້ອງ ແລະ ຄວາມກົດດັນຂອງຫຼາຍລັດ ໂດຍໃຫ້ເຫດຜົນວ່າ ທຸລະກິດຈຳໜ່າຍເຄື່ອງດື່ມແອລກໍຮອລເປັນໜຶ່ງໃນແຫຼ່ງລາຍຮັບຕົ້ນຕໍຂອງການເກັບພາສີ ແຕ່ການບໍລິໂພກ ແລະ ຈຳໜ່າຍເຄື່ອງດື່ມມືນເມົາຍັງເປັນສິ່ງທີ່ຜິດກົດໝາຍຂອງລັດຄະຊະຣາດ.