ກູເກິລ ໃຫ້ຄຳແນະນຳການຫຼຸດຄວາມສ່ຽງດ້ານຄວາມປອດໄພໃນໂລກອອນລາຍ

73

ຈາກສະຖານະການ ໂຄວິດ – 19 ຫຼາຍຄົນຫັນມາໃຊ້ແອັບພລິເຄຊັນ ແລະ ວິທີການສື່ສານແບບໃໝ່ ເພື່ອໃຊ້ໃນການເຮັດວຽກ, ການຮຽນ – ການສອນ, ການຄົ້ນຫາຂໍ້ມູນ ແລະ ຕິດຕໍ່ກັນ ເຊິ່ງຊ່ວຍໃຫ້ການຕິດຕໍ່ສື່ສານເປັນໄປຢ່າງວ່ອງໄວ ແລະ ສະດວກສະບາຍ ແຕ່ໃນຂະນະດຽວກັນກໍເຮັດໃຫ້ເກີດ ຄວາມສ່ຽງດ້ານຄວາມປອດໄພໃນໂລກອອນລາຍເພີ່ມຫຼາຍຂຶ້ນເຊັ່ນກັນ.

ເຖິງວ່າແພຼັດຟອມດິຈິຕອລເຫຼົ່ານີ້ ຈະມີປະໂຫຍດໃນຊີວິດປະຈຳວັນ ແຕ່ໃນຂະນະດຽວກັນກໍເຮັດໃຫ້ເກີດ ຄວາມສ່ຽງດ້ານຄວາມປອດໄພໃນໂລກອອນລາຍເພີ່ມຫຼາຍຂຶ້ນເຊັ່ນກັນ ທີມງານວິເຄາະໄພຄຸກຄາມຂອງ Google ( Threat Analysis Group ) ໄດ້ເຮັດການກວດສອບການແຮັກຂອງມິດສາຊີບທີ່ແອບອ້າງເປັນເຈົ້າໜ້າທີ່ຂອງໜ່ວຍງານລັດຢ່າງຕໍ່ເນື່ອງ ແລະ ພົບວ່າມີການໂຈມຕີ ໂດຍໃຊ້ຂໍ້ຄວາມກ່ຽວກັບໂຄວິດ – 19 ໃນການຫຼອກລວງຜູ້ຄົນຫຼາຍຂຶ້ນເລື້ອຍໆ.

ນອກຈາກນີ້, ລະບົບຮັກສາຄວາມປອດໄພຂອງ Google ຍັງກວດພົບກົນໂກງໃໝ່ໆ ເຊັ່ນ: ອີເມລຟິສຊິງ ( Phishing email ) ຫຼື ອີເມລປອມ ທີ່ຫຼອກໃຫ້ຜູ້ຮັບເຂົ້າໃຈວ່າເປັນຂໍ້ຄວາມຂໍ ຄວາມຊ່ວຍເຫຼືອຈາກອົງກອນການກຸສົນ ແລະ ອົງກອນບໍ່ສະແຫວງຫາຜົນກຳໄລທີ່ກຳລັງຮັບມືກັບສະຖານະການ ໂຄວິດ – 19. ອີເມລປອມທີ່ອ້າງວ່າເປັນຄຳສັ່ງຈາກ “ ຜູ້ບໍລິຫານ ” ຂອງບໍລິສັດເຖິງພະນັກງານທີ່ເຮັດວຽກຢູ່ເຮືອນ ແລະ ອີເມລປອມທີ່ອ້າງວ່າເປັນຜູ້ໃຫ້ບໍລິການດ້ານສຸຂະພາບ. ນອກນັ້ນ, ລະບົບຮັກສາຄວາມປອດໄພຂອງ Google ຍັງກວດພົບເວັບໄຊທີ່ມີມັລແວຣ໌ແຝງຢູ່ເປັນຈຳນວນຫຼາຍ.

ເພື່ອປົກປ້ອງຜູ້ໃຊ້ຈາກ ຄວາມສ່ຽງເຫຼົ່ານີ້ Google ໄດ້ສ້າງມາດຕະການການປ້ອງກັນຄວາມປອດໄພຂັ້ນສູງລົງໃນຜະລິດຕະພັນຕ່າງໆ ເພື່ອລະບຸ ແລະ ຢຸດໄພຄຸກຄາມໂດຍອັດຕະໂນມັດກ່ອນທີ່ຈະເຂົ້າເຖິງຜູ້ໃຊ້ ໂດຍຮູບແບບການເຮັດວຽກຂອງ Machine learning ໃນ Gmail ໄດ້ກວດພົບ ແລະ ບັອກສະແປມ ຟິສຊິງ ( Phishing spam ) ແລະ ມັລແວຣ໌ ໄດ້ຫຼາຍກວ່າ 99,9%. ນອກຈາກນີ້, ລະບົບການຮັກສາຄວາມປອດໄພແບບ built-in ຂອງ Google ຍັງຊ່ວຍປົກປ້ອງຜູ້ໃຊ້ດ້ວຍການແຈ້ງເຕືອນຜູ້ໃຊ້ກ່ອນເຂົ້າເວັບໄຊ ລວມໄປເຖິງການກວດສອບແອັບພລິເຄຊັນຕ່າງໆໃນ Google Play ກ່ອນທີ່ຜູ້ໃຊ້ຈະດາວໂຫຼດ.

ດັ່ງນັ້ນ Google ຈຶ່ງແນະນຳເຄັດລັບງ່າຍໆ ລວມທັງເຄື່ອງມື ແລະ ຊັບພະຍາກອນທີ່ຈະຊ່ວຍໃຫ້ຮູ້ທັນກົນໂກງຕ່າງໆໃນໄລຍະສະຖານະການ ໂຄວິດ – 1 9. ວິທີສັງເກດ ແລະ ຫຼີກລຽງກົນໂກງກ່ຽວກັບ ໂຄວິດ – 19 ສ່ວນໃຫຍ່ມັກມາໃນຮູບແບບຂອງອີເມລຟິສຊິງ. ສະນັ້ນ, ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງກວດສອບ ແລະ ກັ່ນຕອງອີເມລກ່ຽວກັບ ໂຄ  ວິດ – 19 ທີ່ໄດ້ຮັບຢ່າງຖີ່ຖ້ວນທຸກຄັ້ງກ່ອນທີ່ຈະກົດລິ້ງ ຫຼື ດຳເນີນການອື່ນໆ ແລະ ຕ້ອງລະວັງການຂໍຂໍ້ມູນສ່ວນບຸກຄົນ ເຊັ່ນ: ທີ່ຢູ່ ຫຼື ຂໍ້ມູນບັນຊີທະນາຄານ ແລະ ອື່ນໆ.

ໂດຍ: ສົມລົດ, ທີ່ມາ: sanook.com/hitech/1500179/