ຈີນປະສົບຜົນສຳເລັດທົດລອງຈະຫຼວດລຸ້ນໃໝ່ ພ້ອມກັບຍານຂົນສົ່ງຕົວແບບ

86

ອົງການອາວະກາດຈີນ ປະສົບຜົນສຳເລັດການນຳສົ່ງຈະຫຼວດປ່ອຍຍານຂົນສົ່ງຕົວແບບ ເພື່ອກຽມພ້ອມໃນການສົ່ງນັກບິນອາວະກາດໄປປະຈຳການຢູ່ເທິງສະຖານີອາວະກາດທີ່ຈະສ້າງຂຶ້ນມາເອງ ພາຍໃນປີ 2022.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 6 ພຶດສະພາ ວ່າ ຈະຫຼວດລອງມາກ-5ບີ (rocket Long March-5B) ຂອງອົງການອາວະກາດແຫ່ງຊາດຈີນ ຊີເອັນເອັສເອ (CNSA: China National Space Administration) ບິນຂຶ້ນຈາກຖານປ່ອຍຍານພາຍໃນສູນອາວະກາດເຫວີນຊາງ ເທິງເກາະໄຫຫຼຳ ທາງພາກໃຕ້ຂອງປະເທດ ເມື່ອຕອນແລງວັນອັງຄານ ຜ່ານມາ ຕາມເວລາທ້ອງຖິ່ນ ຫຼັງຈາກນັ້ນ 8 ນາທີ ຍານຂົນສົ່ງຕົວແບບທີ່ຍັງບໍ່ໄດ້ບັນທຸກຄົນ ໄດ້ແຍກຕົວອອກຈາກຈະຫຼວດ ເປັນຄວາມປະສົບຜົນສຳເລັດໃນການເດີນທາງເຂົ້າສູ່ວົງໂຄຈອນລຸ່ມຂອງໂລກ ໂດຍຍານຂົນສົ່ງມີກຳນົດເດີນທາງກັບ ໃນວັນສຸກທີ 8 ພຶດສະພາ ຕາມເວລາທ້ອງຖິ່ນ.

ສຳລັບການທົດລອງຍານຂົນສົ່ງ ຫຼື ແຄັບຊູນບັນທຸກນັກບິນ ຕົວແບບດັ່ງກ່າວ ເມື່ອປະຕິບັດຕົວຈິງສາມາດບັນທຸກຜູ້ໂດຍສານໄດ້ສູງສຸດ 6 ຄົນ ເປັນການກຽມຄວາມພ້ອມຂອງຈີນ ທີ່ກຳນົດເປົ້າໝາຍຄືການສົ່ງຄົນເດີນທາງໄປປະຕິບັດໜ້າທີ່ຢູ່ເທິງສະຖານີອາວະກາດ ເຊິງຈະສ້າງຂຶ້ນເອງ ພາຍໃນປີ 2022 ຫຼັງຈາກນັ້ນ ຕໍ່ດ້ວຍພາລະກິດເດີນທາງໄປດວງຈັນ ໃຫ້ໄດ້ໄວທີ່ສຸດ.

ພ້ອມດຽວກັນນີ້, ພາລະກິດການເຝິກຊ້ອມຄັ້ງນີ້ ອົງການຊີເອັນເອັສເອ ໄດ້ໃຊ້ງານຈະຫຼວດລອງມາກ-5ບີ ເປັນຄັ້ງທຳອິດດ້ວຍ ເຊິ່ງຈະຫຼວດມີຄວາມຍາວ ປະມານ 54 ແມັດ ແລະ ມີນ້ຳໜັກມວນສານຂະນະແລ່ນສູງສຸດ ປະມານ 849 ໂຕນ. ອີກປະການໜຶ່ງ ອົງການຊີເອັນເອັສເອເຄີຍທົດລອງຈະຫຼວດລອງມາກ ລຸ້ນ “ເຊເວັນເອ” ແລະ “ທຣີບີ” ເມື່ອເດືອນມີນາ ແລະ ເມສາ ຜ່ານມາ ແຕ່ບໍ່ປະສົບຜົນສຳເລັດ.