ຜູ້ນຳຝຣັ່ງຢ້ຽມຢາມໂຮງຮຽນປະຖົມ ປະຊາສຳພັນໃຫ້ປະຊາຊົນໃສ່ຜ່າປິດປາກ

77

ປະທານາທິບໍດີເອັມມານູເອລ ມາຄຣົງ ແລະ ລັດຖະມົນຕີກະຊວງສຶກສາຂອງຝຣັ່ງ ລົງພື້ນທີ່ຢ້ຽມຢາມໂຮງຮຽນປະຖົມ ເພື່ອປະຊາສຳພັນການໃສ່ຜ້າປິດປາກ ກ່ອນທີ່ລັດຖະບານຈະເລີ່ມຜ່ອນຜັນບາງມາດຕະການປິດເມືອງ ໃນອາທິດໜ້າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນພຸດ ທີ 6 ພຶດສະພາ ວ່າ ປະທານາທິບໍດີເອັມມານູເອລ ມາຄຣົງ ແລະ ທ່ານຊອນ-ມິເຊລ ບຼອງແຄ ລັດຖະມົນຕີກະຊວງສຶກສາ ເດີນທາງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງ ໃນເມືອງພົວຊ໌ ທາງທິດຕາເວັນຕົກຂອງນະຄອນຫຼວງປາຣີສ ເມື່ອວັນອັງຄານ ເພື່ອປະຊາສຳພັນກ່ຽວກັບການໃສ່ຜ້າປິດປາກອະນາໄມໃນສະຖານທີ່ສາທາລະນະ ເຊິ່ງຈະກາຍເປັນ “ຄວາມຈຳເປັນ” ສຳລັບປະຊາຊົນຝຣັ່ງ ທີ່ລັດຖະບານຈະເລິ່ມຜ່ອນຜັນບາງມາດຕະການປິດເມືອງ ຕັ້ງແຕ່ວັນທີ 11 ພຶດສະພາ ນີ້.

ຢ່າງໃດກໍ່ຕາມ, ທ່ານມາຄຣົງ ເນັ້ນໜັກວ່າ ຜ້າປິດປາກດ້ານການແພດຄວນສະຫງວນໃຫ້ສະເພາະເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ປ່ວຍກ່ອນ ໂດຍຜູ້ນຳຝຣັ່ງ ແລະ ລັດຖະມົນຕີກະຊວງສຶກສາ ໄດ້ສວມໃສ່ຜ້າປິດປາກສີຟ້າເຂັ້ມ ມີຮູບທຸງຊາດຝຣັ່ງປະດັບຢູ່ດ້ານເທິງ ເຊິ່ງຜະລິດໂດຍບໍລິສັດຊານເຈີເຄລ ໜຶ່ງໃນຜູ້ຜະລິດເຄື່ອງນຸ່ງຫົ່ມໃນທ້ອງຖິ່ນ ແລະ ຜ່ານການທົດລອງໂດຍຜູ້ຊ່ຽວຊານ ວ່າ ມີປະສິດທິພາບໃນການກັ່ນຕອງອະນຸພາກຂະໜາດນ້ອຍ ເມື່ອສວມໃສ່ແລ້ວບໍ່ເຮັດໃຫ້ອຶດອັດ ໂດຍມີວາງຂາຍຢູ່ຕາມຮ້ານຄ້າທົ່ວໄປ ລາຄາອັນລະ 4,92 ເອີໂຣ (ປະມານ 47.800 ກີບ).

ການເຄື່ອນໄຫວດັ່ງກ່າວຂອງທ່ານ ມາຄຣົງ ມີຂຶ້ນຫຼັງຈາກມີລາຍງານຢ່າງເປັນທາງການກ່ຽວກັບເຊື້ອໄວຣັສໂຄວິດ-19 ເຊິ່ງຝຣັ່ງເປັນປະເທດທຳອິດໃນທະວີບເອີຣົບທີ່ຢືນຢັນກວດພົບຜູ້ຕິດເຊື້ອ ແລະ ຖືກຫຼາຍຝ່າຍຕຳໜິລັດຖະບານຝຣັ່ງກ່ຽວກັບມາດຕະການຮັບມືກັບພາກປະຊາຊົນ ໂດຍສະເພາະການໃຊ້ຜ້າປິດປາກອະນາໄມ ເຊິ່ງເປັນຂໍ້ໂຕ້ຖຽງກັນໃນປະເທດຕາເວັນຕົກ ວ່າ ຄວນສວມໃສ່ ຫຼື ບໍ່ ຂະນະທີ່ ຜູ້ຄ້າຂາຍຈຳນວນຫຼາຍເລິ່ມກັກຕຸນສິນຄ້າ.

ຫຼັງຈາກນັ້ນ, ທ່ານມາຄຣົງ ໃຊ້ວິທີການຮຽກເກັບຄືນຜ້າປິດປາກອະນາໄມທັງໝົດໃນຕະຫຼາດມາເກັບໄວ້ຢູ່ສ່ວນກາງແລ້ວໃຫ້ພາກລັດເປັນຜູ້ແຈກຈ່າຍ ໂດຍສຸມໃສ່ບຸກຄະລາກອນແພດ, ຜູ້ປ່ວຍ ແລະ ກຸ່ມສ່ຽງເສຍກ່ອນ ພ້ອມທັງປັບປຸງອຸດສາຫະກຳໃນປະເທດໃຫ້ສາມາດຜະລິດຜ້າປິດປາກອະນາໄມໃຊ້ໄດ້ເອງ 100%.

ຂະນະດຽວກັນ, ທ່ານມາຄຣົງເປັນໜຶ່ງໃນຜູ້ນຳບໍ່ຫຼາຍຄົນທີ່ສວມໃສ່ຜ້າປິດປາກເພື່ອເປັນແບບຢ່າງໃຫ້ແກ່ປະຊາຊົນ ບໍ່ວ່າຈະເປັນຜ້າປິດປາກອະນາໄມທົ່ວໄປ, ຜ້າປິດປາກແບບເອັນ 95 ແລະ ຜ້າປິດປາກຜະລິດດ້ວຍຜ້າ. ກົງກັນຂ້າມກັບຜູ້ນຳຂອງຫຼາຍປະເທດທີ່ມີຄວາມສ່ຽງ ເຊິ່ງບໍ່ສວມໃສ່ຜ້າປິດປາກອະນາໄມ ເນື່ອງຈາກທັດສະນະຄະຕິສ່ວນຕົວຄິດວ່າເປັນການສະແດງເຖິງ “ຄວາມອ່ອນແອ”.