ຈາກແມ່ຄ້າກ້າວເປັນເຈົ້າຂອງຜະລິດຕະພັນ

197

ການເຮັດອາຊີບທີ່ຕົນເອງຖະໜັດຈະນຳໄປສູ່ການພັດທະນາ ແລະ ຕໍ່ຍອດໃຫ້ດີຍິ່ງຂຶ້ນ ດັ່ງເຈົ້າຂອງປາແດກທີ່ມີຊື່ສຽງ ຮຸ່ງເຮືອງສິນ ພັດທະນາມາຈາກການເປັນແມ່ຄ້າຂາຍຜັກ ແລະ ປາແດກດິບຢູ່ຕະຫຼາດ ກ້າວສູ່ການຕັ້ງໂຮງງານຜະລິດປາກແດກສຳເລັດຮູບພາຍໃຕ້ຍີ່ຫໍ້ “ ປາແດກຮຸ່ງເຮືອງສິນ ” ທີ່ເປັນທີ່ນິຍົມຂອງສັງຄົມຈົນພາໃຫ້ຄອບຄົວພົ້ນທຸກ.

ທ່ານ ນາງ ວິໄລສິນ ເຕີນຕານ ເຈົ້າຂອງໂຮງງານປາແດກຮຸ່ງເຮືອງສິນ ກ່າວວ່າ: ອາຊີບຂອງຂ້າພະເຈົ້າກ່ອນຈະສ້າງຕັ້ງໂຮງງານປາແດກຮຸ່ງເຮືອງສິນ ໃນປີ 1988 ຂ້າພະເຈົ້າມີອາຊີບເປັນແມ່ຄ້າຂາຍຜັກ ແລະ ປາແດກດິບຢູ່ຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເວລານັ້ນປາແດກດິບທີ່ຂາຍແມ່ນໃສ່ຊາມໃຫຍ່ ແລະ ຮ່າຍໃສ່ຖົງຢາງໃຫ້ລູກຄ້າຕາມ ຄວາມຕ້ອງການ ເຊິ່ງວິທີນີ້ເຫັນວ່າມີຄວາມຫຍຸ້ງຍາກໃນການຮັກສາປາແດກ ແລະ ສ້າງຄວາມຫຍຸ້ງຍາກໃຫ້ຜູ້ບໍລິໂພກທີ່ຕ້ອງໄດ້ຕົ້ມປາແດກໃຫ້ສຸກກ່ອນປຸງແຕ່ງອາຫານນໍາອີກ. ດັ່ງນັ້ນ, ມາຮອດປີ 2004 ຕົນເອງຈຶ່ງມີແນວຄິດພັດທະນາການຂາຍປາແດກໃຫ້ມີຫຼາຍຮູບແບບ ຈຶ່ງໄດ້ທົດລອງເຮັດປາແດກຕົ້ມສຸກສໍາເລັດຮູບອອກມາຈໍາໜ່າຍຕື່ມອີກ.

ໃນເບື້ອງຕົ້ນແມ່ນຮ່າຍໃສ່ກະຕຸກຢາງນ້ອຍ ປາກົດວ່າເປັນທີ່ນິຍົມຂອງຜູ້ບໍລິໂພກເປັນຈໍານວນຫຼາຍພໍສົມຄວນ ແລະ ມີລູກຄ້າຂາປະຈໍາເພີ່ມຂຶ້ນເລື້ອຍໆ, ຈົນມາຮອດປີ 2007 ຕົນ ແລະ ຄອບຄົວຈຶ່ງຕັດສິນໃຈລົງທຶນສ້າງໂຮງງານຜະລິດປາແດກຂຶ້ນ ແລະ ມາຮອດປີ 2013 ຜະລິດຕະພັນຂອງໂຮງງານກໍໄດ້ຮັບການຮອງຮັບໃຫ້ເປັນຜະລິດຕະພັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ຂອງເມືອງສີສັດຕະນາກ ພ້ອມທັງໄດ້ຮັບການຢັ້ງຢືນທາງດ້ານຄວາມສະອາດ ແລະ ປອດໄພຈາກກົມອາຫານ ແລະ ຢາ ( ອຢ ) ກະຊວງສາທາລະນະສຸກ.

ມາຮອດປັດຈຸບັນຜະລິດຕະພັນປາແດກສໍາເລັດຮູບພາຍໃຕ້ຊື່ຍີ່ຫໍ້ “ ປາແດກຮຸ່ງເຮືອງສິນ ” ຂອງພວກເຮົາແມ່ນເປັນທີ່ຮູ້ຈັກກັນດີໃນສັງຄົມ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເພາະວ່າມີລົດຊາດແຊບ, ສະອາດ ແລະ ຮັບປະກັນ ຄວາມປອດໄພຂອງຜູ້ບໍລິໂພກ ແລະ ໂຮງງານພວກເຮົາມີຫຼາຍຜະລິດຜະພັນປາແດກ ຄື: ປາແດກນໍ້າ, ປາແດກຕ່ອນ, ແຈ່ວຊີ້ນດາດ – ຊີ້ນຈຸ່ມ, ແຈ່ວລູກຊີ້ນ ແລະ ແຈ່ວປາແດກເຄື່ອງຕ່າງໆທີ່ບັນຈຸໃສ່ກະຕຸກຢາງມີທັງຂະໜາດນ້ອຍ ແລະ ຂະໜາດໃຫຍ່ ໃນລາຄາເລີ່ມຕົ້ນແຕ່ 5.000 – 13.000 ກີບຕໍ່ຕຸກ.

ທ່ານ ນາງ ວິໄລສິນ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງເລີ່ມເຮັດຜະລິດຕະພັນປາແດກຕົ້ມສໍາເລັດຮູບອອກມາຈໍາໜ່າຍ ໄດ້ເຮັດໃຫ້ຊີວິດການເປັນຢູ່ຄອບຄົວດີຂຶ້ນ, ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ, ຈົນກາຍເປັນຄອບຄົວຕົວແບບ ແລະ ພັດທະນາໃນສັງຄົມ, ສິ່ງທີ່ພາກພູມໃຈທີ່ສຸດແມ່ນຜະລິດຕະພັນປາແດກຂອງຕົນ ໄດ້ຖືກເຊີນຈາກພາກລັດໃຫ້ເຂົ້າຮ່ວມງານວາງສະແດງສິນຄ້າຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄັ້ງ.

ໂຮງງານປາແດກຮຸ່ງເຮືອງສິນ ແມ່ນຕັ້ງຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ມີພະນັກງານ ແລະ ກໍາມະກອນຫຼາຍກວ່າ 10 ຄົນ, ສາມາດຜະລິດປາແດກສໍາເລັດຮູບປະເພດຕ່າງໆໄດ້ປະມານ 800 ກິໂລຕໍ່ມື້.

ສັນຕິ