ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ມອບເຄື່ອງອຸປະກອນການເພດໃຫ້ສອງແຂວງພາກໃຕ້

150
????????????????????????????????????

ເພື່ອເປັນການເພີ່ມທະວີມາດຕະການປ້ອງກັນການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານຕ້ານພະຍາດໂຄວິດ – 19 ທີ່ກຳລັງລະບາດຢ່າງຮ້າຍແຮງໃນທົ່ວໂລກກໍຄືຢູ່ ສປປ ລາວ ທີ່ໄດ້ກວດພົບຜູ້ທີ່ຕິດເຊື້ອບໍ່ໃຫ້ມີການແຜ່ລະບາດອອກສູ່ວົງກວ້າງ. ດັ່ງນັ້ນ, ມາໃນວັນທີ 4 ພຶດສະພາຜ່ານມາ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ນຳເອົາເຄື່ອງອຸປະກອນການແພດມາມອບໃຫ້ແຂວງສາລະວັນ ແລະ ແຂວງເຊກອງ ມູນຄ່າທັງໝົດ 600 ລ້ານດົງ ຢູ່ທີ່ຈຸດຊາຍແດນດ່ານລະໄລສາກົນ ເມືອງສະໝ້ວຍ ແຂວງສາລະວັນ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ລວມມີຄື: ຊຸດແພດ PPC ແຂວງລະ 800 ຊຸດ, ຜ້າອັດປາກ ແຂວງລະ 50 ພັນອັນ ແລະ ເຈລລ້າງມື ແຂວງລະ 250 ລິດ. ຈາກນັ້ນ, ທ່ານ ບູ່ຍ ແທັງຮ່າ ຮອງເລຂາຜູ້ປະຈຳການຄະນະພັກແຂວງເທື່ອທຽນເຫວ້ ສສ ຫວຽດນາມ ກໍໄດ້ໃຫ້ກຽດຂຶ້ນມອບເຄື່ອງດັ່ງກ່າວ ເຊິ່ງຕາງໜ້າການນຳແຂວງສາລະວັນ ໃຫ້ກຽດຮັບໂດຍ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງສາລະວັນ ແລະ ຕາງໜ້າການນຳ    ແຂວງເຊກອງ ຮັບໂດຍ ທ່ານ ພອນເພັດ ຄີວລາວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ  ແຂວງ, ທັງແມ່ນປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໂດຍຊ້ອງໜ້າພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ພ້ອມນັ້ນ, ການນຳທັງສອງແຂວງກໍໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບວິທີການຂັ້ນຕອນຂອງການຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ – 19.

ການມອບ – ຮັບເຄື່ອງອຸປະກອນການແພດຄັ້ງນີ້ ກໍເພື່ອແນໃສ່ຮັບປະກັນໃນການສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ດຳເນີນໄປດ້ວຍຄວາມສະດວກ, ທັນການກັບການແຜ່ລະບາດຂອງພະຍາດດັ່ງກ່າວ.

ຮູບ – ຂ່າວ: ສິດຕາ ເພັດວົງສາ