ຜົ້ງສາລີ ທົບທວນຄືນການປ້ອງກັນໂຄວິດ – 19

173

ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີ, ທັງເປັນຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີບັນດາທ່ານຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ, ບັນດາທ່ານເຈົ້າເມືອງຈາກ 7 ເມືອງພາຍໃນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ທັງເປັນກອງເລຂາຂອງຄະນະສະເພາະຂັ້ນແຂວງ ໄດ້ຂຶ້ນລາຍງານກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ – 19 ຂອງແຂວງຜົ້ງສາລີ ນັບແຕ່ຕົ້ນເດືອນກຸມພາ ມາເຖິງວັນທີ 3 ພຶດສະພາ 2020 ໄດ້ມີການກວດຄົນເຂົ້າເມືອງທັງໝົດ 10.693 ຄົນ. ໃນນີ້, ດ່ານສາກົນປາງຫົກ 5.667 ຄົນ, ດ່ານລານຕຸ້ຍ 516 ຄົນ ແລະ ດ່ານປ່າຄາ 4.510 ຄົນ ແຕ່ບໍ່ພົບຜູ້ສົງໄສຕິດເຊື້ອ. ພ້ອມນັ້ນ, ກໍໄດ້ຈັດບ່ອນກະກຽມສູນກັກກັນທົ່ວແຂວງ 8 ສູນ, ຈຳນວນຄົນທີ່ໄດ້ຕິດຕາມຢູ່ສູນສະສົມ 208 ຄົນ ແລະ ຮອດປັດຈຸບັນຍັງເຫຼືອ 17 ຄົນ.

ສ່ວນຈຳນວນຄົນທີ່ໄດ້ຕິດຕາມຢູ່ບ້ານ 2.036 ຄົນ ຮອດປັດຈຸບັນຍັງເຫຼືອ 10 ຄົນ ແລະ ໄດ້ເກັບຕົວຢ່າງຜູ້ຖືກສົງໄສ 1 ຄົນ ແຕ່ຜົນກວດເປັນລົບ. ສໍາລັບຈຳນວນຄົນຖືກກັກຕົວຄົບກຳນົດ 14 ວັນແລ້ວປ່ອຍຕົວຢູ່ສູນ ມີ 191 ຄົນ ແລະ ຢູ່ບ້ານ 2.026 ຄົນ. ຄຽງຄູ່ກັນນັ້ນ, ຍັງມີແຮງງານລາວ ແລະ ຄົນລາວທີ່ໄປຕ່າງປະເທດກັບມາບ້ານມີທັງໝົດ 23 ຄົນ ຍິງ 15 ຄົນ ໄດ້ປະຕິບັດກັກຕົວຄົບກຳນົດ 14 ວັນ ຈຳນວນ 18 ຄົນ ຍິງ 11 ຄົນ, ຍັງສືບຕໍ່ຕິດຕາມ 5 ຄົນ ຍິງ 3 ຄົນ.

ໂອກາດນີ້, ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງຜົ້ງສາລີ, ທັງເປັນຫົວໜ້າຄະນະສະເພາະກິດຂັ້ນແຂວງ ກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາແຈ້ງການ, ຄຳສັ່ງຕ່າງໆຂອງສູນກາງ ແລະ ແຂວງວາງອອກ, ເອົາໃຈໃສ່ຕິດຕາມກວດກາຈຳນວນຄົນເຂົ້າ – ອອກລະຫວ່າງເມືອງຕໍ່ເມືອງດ້ວຍການວັດແທກອຸນຫະພູມ, ສືບຕໍ່ລາດຕະເວນກວດກາຈຸດຕ່າງໆພາຍໃນເມືອງຂອງຕົນໃຫ້ເປັນລະບຽບຮຽບຮ້ອຍ.

ມອບໃຫ້ພາກສ່ວນກ່ຽວຂ້ອງຕິດຕາມບັນດາໂຄງການ, ໂຮງງານ, ບໍລິສັດ ແລະ ນັກທຸລະກິດທີ່ຈະດຳເນີນກິດຈະການຕ່າງໆໃນໄລຍະໂຄວິດ – 19 ລະບາດ ແມ່ນໃຫ້ຄົບຕາມ 9 ເງື່ອນໄຂ, 6 ມາດຖານຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ; ສືບຕໍ່ກະກຽມສູນກັກກັນທີ່ຈະຮອງຮັບຄົນລາວມາແຕ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ຈະເຂົ້າມາແຂວງຜົ້ງສາລີ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ແຂວງຜົ້ງສາລີປອດໄພຈາກພະຍາດດັ່ງກ່າວ.

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2020 ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງຜົ້ງສາລີ.

ເນື້ອນໃນ – ຮູບ: ແສງຄຳ ສາລີວັນ, ຂ່າວ: ສົມສະຫວິນ