ນະຄອນຫຼວງນິວເດລີ ປະເທດອິນເດຍ ປະກາດຂຶ້ນພາສີແອລກໍຮອລອີກ 70%

119

ເທສະບານນະຄອນຫຼວງນິວເດລີ ຂອງອິນເດຍ ຂຶ້ນພາສີເຫຼົ້າ 70% ຫຼັງຈາກປະຊາຊົນຍາດກັນໄປຊື້ສິນຄ່າປະເທດດັ່ງກ່າວຈົນເກີດຄວາມວຸ້ນວາຍ ເຊິ່ງລັດຖະບານຫາກໍ່ຜ່ອນຜັນມາດຕະການປິດເມືອງມື້ທຳອິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອັງຄານ ທີ 5 ພຶດສະພາ ວ່າ ທ່ານອາວິນ ເກດໄຣວັລ ລັດຖະມົນຕີລັດນິວເດລີ ຖະແຫຼງເມື່ອວັນອັງຄານ ວ່າ ເນື່ອງຈາກ “ຄວາມວຸ້ນວາຍເຊິ່ງບໍ່ເຄີຍເກີດຂຶ້ນມາກ່ອນ” ຢູ່ຕາມຮ້ານຈຳໜ່າຍສິນຄ້າໃນຂົງເຂດຈົນສົ່ງຜົນໃຫ້ປະຊາຊົນບໍ່ເອົາໃຈໃສ່ມາດຕະການໄລຍະຫ່າງທາງສັງຄົມ ໂດຍສະເພາະການເວັ້ນໄລຍະຫ່າງເຊິ່ງເປັນສິ່ງສຳຄັນທີ່ສຸດ ທາງເທສະບານນະຄອນຫຼວງນິວເດລີ ຈຳເປັນຕ້ອງໃຊ້ມາດຕະການສຸກເສີນ ສຳລັບ “ຄ່າທຳນຽມພິເສດໂຄໂຣນາ” ເຊິ່ງ ທ່ານເກດໄຣວັລ ໄດ້ເຊັນລົງນາມບັງຄັບໃຊ້ແລ້ວ “ຈົນກວ່າຈະມີການປ່ຽນແປງພາຍຫຼັງ”.

ນອກຈາກນີ້, ທ່ານເກດໄຣວັລ ຍັງເຕືອນດ້ວຍ ວ່າ ຖ້າເຈົ້າໜ້າທີ່ພົບເຫັນການຝ່າຝືນ ແລະ ທຸລະກິດໃດກໍ່ຕາມທີ່ຢູ່ໃນກຸ່ມຜ່ອນຜັນມາດຕະການກ່ອນໜ້ານີ້ ແຕ່ບໍ່ຮັບຜິດຊອບຕໍ່ມາດຕະການທາງສັງຄົມ ທ່ານຈະສັ່ງຍົກເລີກການຜ່ອນຜັນທັນທີ.

ທັງນີ້, ຄ່າທຳນຽມພິເສດໂຄໂຣນາ ຂອງນະຄອນຫຼວງນິວເດລີ ແມ່ນການເພີ່ມອັດຕາພາສີເຄື່ອງດື່ມແອລກໍຮອລ ອີກ 70% ຈາກລາຄາຂາຍຍ່ອຍແພງທີ່ສຸດ ຫຼັງຈາກທີ່ປະຊາຊົນຈຳນວນຫຼາຍໄປເຕົ້າໂຮມກັນຢູ່ຮ້ານຂາຍເຫຼົ້າ ແລະ ເຄື່ອງດື່ມແອນກໍຮອລຫຼາຍແຫ່ງ ເມື່ອວັນຈັນ ຜ່ານມາ ເຊິ່ງເປັນມື້ທຳອິດທີ່ລັດຖະບານອິນເດຍເລິ່ມຫຼຸດຜ່ອນມາດຕະການປິດເມືອງຂັ້ນທຳອິດ ນັບຕັ້ງແຕ່ມີການບັງຄັບໃຊ້ຕັ້ງແຕ່ທ້າຍເດືອນມີນາເປັນຕົ້ນມາ ແລະ ສະຖານະການຕາມຮ້ານເຫຼົ້າຫຼາຍແຫ່ງກາຍເປັນບ່ອນເກີດການເຕົ້າໂຮມ ແລະ ຄວາມວຸ່ນວາຍ ຈົນຕຳຫຼວດຕ້ອງອອກມາຄວບຄຸມເຫດການດັ່ງກ່າວ.

ຂະນະທີ່ມີລາຍງານກ່ຽວກັບບັນຍາກາດດຽວກັນນີ້ ຢູ່ຕາມຫຼາຍເມືອງໃຫຍ່ເຊັ່ນກັນ ເຊິ່ງການທີ່ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ອະນຸບາດໃຫ້ບັນດາສະຖານທີ່ປະກອບການຈຳໜ່າຍເຄື່ອງດື່ມແອລກໍຮອລກັບມາເປີດບໍລິການໄດ້ ອາດຈະເປັນໄປຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມກົດດັນຂອງຫຼາຍລັດ ເຊິ່ງໃຫ້ເຫດຜົນວ່າ ທຸລະກິດເຄື່ອງດື່ມແອລກໍຮອລເປັນໜຶ່ງໃນແຫຼ່ງລາຍໄດ້ຈາກພາສີ ແຕ່ການບໍລິໂພກ ແລະ ຈຳໜ່າຍເຄື່ອງດື່ມປະເພດດັ່ງກ່າວຍັງເປັນສິ່ງຜິດກົດໝາຍຂອງລັດຄະຊະຣາດ.

ອີກປະການໜຶ່ງ ຜູ້ນຳອິນເດຍໄດ້ຜ່ອນຄາຍມາດຕະການປິດເມືອງສຳລັບຂະແໜງກະສິກຳ ແລະ ອຸດສາຫະກຳບາງປະເພດ ເມື່ອເດືອນເມສາ ຜ່ານມາ ຕໍ່ມາໄດ້ອະນຸຍາດໃຫ້ຫ້ອງການກັບມາເປີດທຳການອີກຄັ້ງ ເມື່ອວັນຈັນ ຜ່ານມາ ແຕ່ຈຳກັດຄົນພາຍໃນສະຖານທີ່ຕ້ອງບໍ່ເກີນ 1 ໃນ 3 ຂອງພະນັກງານທັງໝົດ.

ປັດຈຸບັນ ອິນເດຍມີຜູ້ປ່ວຍສະສົມຈາກໂຄວິດ-19 46.466 ຄົນ ເສຍຊີວິດ 1.571 ຄົນ ແລະ ປິ່ນປົວເຊົາແລ້ວ 12.849 ຄົນ ໂດຍປະເທດອິນເດຍມີປະຊາກອນປະມານ 1,3 ຕື້ຄົນ.