ຂ່າວດີ 23ມື້ລຽນຕິດ! 5 ພຶດສະພາ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

181

ເປັນຂ່າວດີ 23ມື້ລຽນຕິດ ຫຼັງສາທາອອກມາຢືນຢັນ ວັນທີ 5 ພຶດສະພາ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ດັ່ງນັ້ນ ປັດຈຸບັນ ຕົວເລກຜູ້ຕິດເຊື້ອຍັງທີ່ 19 ກໍລະນີ, ໃນນີ້ ປິ່ນປົວຫາຍດີ ແລະ ກັບບ້ານ 10 ຄົນ ແລະ ສືບຕໍ່ປິ່ນປົວຢູ່ໂຮງໝໍ 9 ຄົນ ແຕ່ຮັບເອົາຜູ້ອອກໂຮງໝໍທີ່ກວດພົບຜົນບວກກັບເຂົ້າມາຕິດຕາມອາການໃໝ່ອີກ 1ກໍລະນີ ລວມແລ້ວມີຜູ້ທີ່ຕ້ອງຕິດຕາມອາການປິ່ນປົວຢູ່ໂຮງໝໍຕໍ່ທັງໝົດ 10ຄົນ.

ໃນວັນທີ 5 ພຶດສະພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໂດຍທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ສະພາບການເຝົ້າລະວັງ ແລະ ວິເຄາະໃນວັນທີ 4 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 195 ຄົນ, ໃນນັ້ນ ມີກໍລະນີສົງໄສ 6 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 189 ຄົນ, ເຊິ່ງຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່. ໝາຍຄວາມວ່າໃນວັນທີ 4 ພຶດສະພາ 2020 ບໍ່ມີກໍລະນີໃໝ່. ແນວໃດກໍ່ຕາມ ນັບແຕ່ເດືອນມັງກອນ ຮອດ ວັນທີ 4 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.418 ຕົວຢ່າງ, ກວດພົບເຊື້ອສະສົມພຽງ 19 ຄົນ (23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

ທ່ານ ກ່າວຕື່ມວ່າ: ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ, ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ 9 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ; ທັງນີ້ ໄດ້ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ, ແຕ່ວ່າໄດ້ແຍກໄວ້ຢູ່ຕຶກແຍກປ່ຽວໜຶ່ງຕ່າງຫາກ ບໍ່ໄດ້ໄປປົນກັບຜູ້ຕິດເຊື້ອ 9 ຄົນທີ່ກຳລັງປິ່ນປົວຢູ່ນັ້ນ, ໝາຍຄວາມວ່າປັດຈຸບັນນີ້ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.