ສາຍການບິນໂລກກໍາລັງປ່ຽນແປງຄັ້ງໃຫຍ່ນັກທຸລະກິດເທຂາຍຮຸ້ນ

97

ທ່ານ ວໍດເຣນ ບັບເຟດ ມະຫາເສດຖີລະດັບໂລກກ່າວວ່າ:ບໍລິສັດໄດ້ຂາຍຮຸ້ນໃນກຸ່ມອຸດສາຫະກໍາການບິນທັງໝົດເນື່ອງຈາກການລະບາດຂອງໂຄວິດ-19ທີ່ສົ່ງຜົນກະທົບຮ້າຍແຮງຕໍ່ສາຍການບິນທົ່ວໂລກ ແລະ ບໍລິສັດຂາຍທຶນເກືອບ50.000ລ້ານໂດລາ.

ໃນໄລຍະທີ່ຜ່ານມາໄດ້ທະຍອຍຂາຍຮຸ້ນຂອງຫຼາຍສາຍການບິນອາເມຣິກາໂດຍໄດ້ຂາຍຮຸ້ນຂອງສາຍການບິນ ເຊົາເວດແອລາຍ2,3ລ້ານຮຸ້ນມູນຄ່າກວ່າ74ລ້ານໂດລາ ແລະ ຈະພະຍາຍາມຂາຍຮຸ້ນສາຍການບິນອອກໄປທັງໝົດ.

ທັງນີ້ບໍລິສັດ ເບິກເຊຍແຮທາເວ ໄດ້ຖືຄອງຮຸ້ນໃນສາຍການບິນລາຍໃຫຍ່ຂອງອາເມຣິກາ4ສາຍການບິນໃນອັດຕາສ່ວນປະມານ10%ຂອງແຕ່ລະສາຍການບິນໂດຍນອກຈາກ ເດວຕາແອລາຍ ແລະ ເຊົາເວດແອລາຍ,ເບິກເຊຍແຮທາເວຍັງຖືຄອງຮຸ້ນໃນອາເມຣິກັນແອນລາຍ ແລະ ຢູໄນເຕັດແອລາຍເຊິ່ງມີອັດຕາສ່ວນລູກຄ້າຫຼາຍເຖິງ80%ຂອງຜູ້ໂດຍສານການບິນໃນອາເມຣິກາ.

ຈາກຂໍ້ມູນຂອງ ວານວິດດອມ ໃຫ້ຮູ້ວ່າ:ກຸ່ມບໍລິສັດເບິກເຊແຮທາເວຖືຄອງຮຸ້ນຂອງເດວຕາແອລາຍທັງໝົດ70ລ້ານຮຸ້ນຄິດເປັນ1,7%ຂອງການລົງທຶນຂອງກຸ່ມບໍລິສັດ,ສ່ວນຮຸ້ນເຊົາເວດແອລາຍ,ບໍລິສັດຖືຄອງຮຸ້ນ54ລ້ານຄິດເປັນ1,2%ຂອງຢູໄນເຕັດແອລາຍ22ລ້ານຮຸ້ນຄິດເປັນ0,8% ແລະ ຮຸ້ນຂອງອາເມຣິກັນແອລາຍ42,5ລ້ານຮຸ້ນຄິດເປັນອັດຕາສ່ວນຂອງການລົງທຶນ.