ກະຊວງ ຖວທ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ຈາກບໍລິສັດລາວຊ່ຽງຟົ່ງ ຈຳກັດ

69

ໃນວັນທີ 5 ພຶດສະພາ 2020, ບໍລິສັດ ລາວຊ່ຽງຟົ່ງ ຈຳກັດ ໄດ້ນຳເອົາເຄື່ອງອຸປະກອນທີ່ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ຄວບຄຸມ ການລະບາດຂອງເຊື້ອພະຍາດໂຄວິດ-19 ມາມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍຕາງໜ້າມອບຂອງ ທ່ານ ຊົງເຈຍຟົງ ປະທານບໍລິສັດ ລາວຊ່ຽງຟົ່ງ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຊົງເຈຍຟົງ ໄດ້ກ່າວວ່າ: ເຄື່ອງທີ່ນຳມອບຄັ້ງນີ້ລວມມີ ຜ້າອັດປາກ-ດັງ ຈຳນວນ 10 ພັນແຜ່ນ, ເຈວລ້າງມື 240 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ ຈຳນວນ 60 ອັນ ເຖິງແມ່ນວ່າເຄື່ອງດັ່ງກ່າວຈຳນວນບໍ່ຫຼາຍແຕ່ກໍ່ເປັນນໍ້າໃຈຈາກທາງບໍລິສັດ ທີ່ຢາກປະກອບສ່ວນໃຫ້ແກ່ກະຊວງໄດ້ນຳໃຊ້ເຂົ້າໃນວຽກງານການປ້ອງການ ແລະ ຄວບຄຸມການລະບາດພະຍາດໂຄວິດ-19, ດັ່ງທີ່ຮູ້ກັນແລ້ວວ່າການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຫວັງວ່າອີກບໍ່ດົນປະເທດລາວກໍ່ຈະຜ່ານຄວາມຫຍຸ້ງຍາກນີ້ໄປໄດ້. ແຕ່ທີ່ສຳຄັນລັດຖະບານຄວນຈະມີມາດຕະການຊ່ວຍກະຕຸ້ນຂະແໜງການທ່ອງທ່ຽວ ດ້ວຍຮູບແບບຕ່າງໆ ເພື່ອໃຫ້ຂະແໜງການທ່ອງທ່ຽວກັບມາຟື້ນຟູໄດ້ອີກຄັ້ງ.

ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ຕາງໜ້າກະຊວງຖະແຫຼງຂ່າວວັດທະທະທຳ ແລະ ທ່ອງທ່ຽວ ກໍ່ຄືພໍ່ແມ່ປະຊາຊົນ ຂໍສະແດງຄວາມຂອບໃຈມາຍັງບໍລິສັດທີ່ເຫັນໄດ້ເຖິງຄວາມສຳຄັນຕໍ່ວຽງານຕ້ານການລະບາດໂຄວິດໃນລາວ ແລະ ໄດ້ແບ່ງປັນນໍ້າໃຈມາໃຫ້ການຊ່ວຍເຫຼືອ ເຖິງວ່າເຄື່ອງເຫຼົ່ານີ້ມູນຄ່າຈະບໍ່ສູງ ແຕ່ຂໍສັນຍາວ່າຈະນຳເອົາເຄື່ອງອຸປະກອນເຫຼົ່ານີ້ເຂົ້າໄປໃຊ້ໃນວຽກງານຕ້ານ ແລະ ປ້ອງກັນໂຄວິດ-19 ໃຫ້ເກີດປະໂຫຍດສູງສຸດ.