ເອັສຣາ ເອັຟຊີ ຫວນຄືນສູ້ສຶກໃນລີກສູງສຸດຂອງ ສປປ ລາວ ອີກຄັ້ງຮອບ 4 ປີ

120

ຖືເປັນການຄືນສູ່ລີກສູງສຸດຂອງ ສປປ ລາວ ໃນຮອບ 4 ປີສໍາລັບ ເອັສຣາ ເອັຟຊີ ສະໂມສອນທີ່ມີຊື່ສຽງ ແລະ ປັ້ນນັກເຕະລາວກ້າວສູ່ທີມຊາດຫຼາຍທີ່ສຸດ ແຈ້ງເຈດຈໍານົງເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2020 ( ປ່ຽນຊື່ຈາກ ເປບຊີ ລາວພຣີເມຍລີກ 2019 ) ຢ່າງເປັນທາງການ ໂດຍເນັ້ນໃຊ້ນັກເຕະທີມຊາດລາວ ຢູ 16 ແລະ 19 ຮ່ວມຊີງໄຊ.

ເອັສຣາ ເອັຟຊີ ກັບມາສ້າງຊື່ສຽງອີກຄັ້ງ ດ້ວຍການຄວ້າແຊັມບານຊີງຂັນ ສຕລ ປະຈໍາປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ໄປແບບສະບາຍໆນັດຊີງເອົາຊະນະ ຢູ 18 ຊ້າງນ້ອຍ ເອັຟຊີ 4-2 ຄວ້າແຊັມໄປຄອງ, ເຊິ່ງນັກເຕະທີ່ໂດດເດັ່ນທີ່ສຸດເປັນ ໂຈນີ ແຫວນປະເສີດ ກອງໜ້າດາວເດັ່ນທີມຊາດລາວ ຍິງຄົນດຽວ 17 ປະຕູຕະຫຼອດລາຍການດັ່ງກ່າວ ເຊິ່ງຫຼັງຈາກຄວ້າແຊັມ ເອັສຣາ ເອັຟຊີ ກໍມີແຜນຈະກັບຄືນເຂົ້າຮ່ວມການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ອີກຄັ້ງ ຫຼັງເຂົ້າຮ່ວມຄັ້ງຫຼັງສຸດໃນປີ 2016 ດ້ວຍການຄວ້າອັນດັບທີ 10 ຂອງຕາຕະລາງຈາກ 14 ສະໂມສອນເຂົ້າຮ່ວມ.

ຫຼ້າສຸດ ທ່ານ Kim Mideum ຜູ້ຈັດການທີມ ເອັສຣາ ເອັຟຊີ ໃຫ້ສໍາພາດກ່ຽວກັບການກະກຽມ ເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ວ່າ: “ ນັບຕັ້ງແຕ່ວັນທີ 20 ມີນາ 2020 ພວກເຮົາໄດ້ໃຫ້ນັກກີລາ ມໍ 1 ຫາ ມໍ 7 ກັບບ້ານ ແລະ ນັກກີລາຈໍານວນຫນຶ່ງກໍໄດ້ຝຶກຊ້ອມຮ່ວມກັບທີມອີກ 1 ອາທິດ ຫຼັງຈາກທີ່ໄດ້ຮັບຫນັງສຶແຈ້ງການ ຈາກ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ຢຸດຕິການຝຶກຊ້ອມ ເນື່ອງຈາກ ໂຄວິດ-19 ທີ່ມີການລະບາດ ໄດ້ແຈ້ງນັກກີລາແມ່ນຝຶກຊ້ອມ ຢູ່ເຮືອນ ແລະ ນັກກີລາ ຈໍານວນ 8 ຄົນທີ່ອາໄສຢູ່ຫໍພັກມີການຝຶກຊ້ອມຮ່ວມກັນທຸກໆມື້.

“ ເຊິ່ງລາວລີກປີນີ້ ພວກເຮົາໄດ້ຜູ້ໃຫ້ການສະຫນັບສະໜູນຈາກ ບໍລິສັດຜະລິດຕະພັນນໍ້າດື່ມ ຈະໃຫ້ການສະຫນັບສະໜູນທຶນ ແລະ ນ້ຳ, ສ່ວນ EVO United ຈະເປັນຜູ້ສະໜັບສະໜູນ ເຄື່ອງນຸ່ງຫົ່ມໃຫ້ແກ່ທີມ ເອັສຣາ ເອັຟຊີ ເຂົ້າຮ່ວມ ເປບຊີ ລາວລີກ 1, ບານເຕະຊີງຂັນ ສຕລ ຢູ 15 ແລະ ຢູ 18, ຂະນະທີ່ ຫົວໜ້າ ຄູຝຶກ ພວກເຮົາຈະໃຊ້ ທ່ານ BYUNG SOO NA ເຊິ່ງປີທີ່ຜ່ານມາຄຸມທີມ ພາສະໂມສອນ ມາສເຕີ 7 ເອັຟຊີ ຍາດອັນດັບ 2 ໃນການແຂ່ງຂັນ ເປບຊີ ລາວພຣີເມຍລີກ 2019, ນັກເຕະຕົວຫລັກຂອງທີມ ທີ່ຫຼິ້ນໃຫ້ ທີມຊາດລາວ ຮຸ່ນອາຍຸ 16 ປີ ແລະ ຮຸ່ນອາຍຸ 19 ປີ ແມ່ນໄດ້ຝຶກຊ້ອມອອນລາຍ ກັບ ຄູຝຶກທີມຊາດລາວ ” ຈັດການທີມ ເອັສຣາ ເອັຟຊີ.

ສຳລັບ ສະໂມສອນ ເອັສຣາ ເອັຟຊີ ເປັນສະໂມສອນທີ່ສ້າງນັກກິລາຮຸ່ນສືບທອດ ເຊິ່ງມີນັກກີລາຕິດທີມຊາດ ຫຼາຍຄົນທີ່ສຸດເລີ່ມຈາກຊຸດທໍາອິດຄື ສຸກອາພອນ ວົງຈຽງຄໍາ ນັກເຕະລາວ ທີ່ຫຼິ້ນຢູ່ໃນລີກສູງສຸດຂອງປະເທດໄທ ປັດຈຸບັນ ແລະ ສ້າງນັກເຕະເຍົາວະຊົນກ້າວສູ່ທີມຊາດທຸກໆຊຸດ ຈົນເຖິງທີ່ ຊຸດໃຫຍ່ ຈົນປີ 2019 ເຮັດໃຫ້ ເອັສຣາ ເອັຟຊີ ໄດ້ຮັບລາງວັນ ພັດທະນາບານເຕະຮຸ່ນສືບທອດດີເດັ່ນ ຈາກ ສະຫະພັນບານເຕະແຫ່ງຊາດລາວ( LFF Grassroots Award 2019).

ສ່ວນຜົນງານໃນລີກສູງສຸດຂອງ ສປປ ລາວ ທີ່ຜ່ານມາຂອງ ເອັສຣາ ເອັຟຊີ ປີ 2013 ໄດ້ອັນດັບ 4, ປີ 2014 ໄດ້ອັນດັບ 6, ປີ 2015 ໄດ້ອັນດັບ 11 ແລະ ປີ 2016 ໄດ້ອັນດັບ 10 ກ່ອນປີນີ້ຈະກັບມາແຂ່ງຂັນອີກຄັ້ງ ຫຼັງບໍ່ໄດ້ເຂົ້າຮ່ວມການແຂ່ງຂັນລີກສູງສຸດຂອງ ສປປ ລາວ ໃນຮອບ 4 ປີ ເຊິ່ງປີນີ້ ເອັສຣາ ເອັຟຊີ ນັກເຕະດາວເດັ່ນທີ່ໜ້າຈັບຕາເບິ່ງຫຼາຍໆຄົນ.
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ