ອົງການອະນາໄມໂລກ ຮ່ວມກັບ ກະຊວງສາທາລະນະສຸກ ຈັດກິດຈະກຳວັນລ້າງມືໂລກ

82

ເນື່ອງໃນວັນລ້າງມືສາກົນ ” World Hand Hygeine Day ” ກໍຄືວັນທີ 5 ພຶດສະພາທີ່ຈະມາເຖິງ. ດັ່ງນັ້ນ, ໃນວັນທີ 04 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີສາທິດການລ້າງມືທີ່ຖືກຕ້ອງ ຕ້ອນຮັບວັນດັ່ງກ່າວ ເພື່ອໃຫ້ທຸກຄົນໄດ້ຮູ້ເຖິງການລ້າງມືທີ່ສາມາດກຳຈັດເຊື້ອພະຍາດໄດ້ ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ Howard Sobel ຜູ້ຕາງໜ້າອົງການອະນາໄມໂລກ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ນັບແຕ່ປີ 2009 ອົງການອະນາໄມໂລກ ໄດ້ກຳນົດເອົາວັນທີ 5 ພຶດສະພາຂອງທຸກປີ ເປັນວັນລ້າງມືສາກົນ ທີ່ທົ່ວໂລກໄດ້ມີການສະເຫຼີມສະຫຼອງປຸກລະດົມກັນລ້າງມື ເພາະການລ້າງມືມີຄວາມສຳຄັນໜຶ່ງໃນການຊ່ວຍກຳຈັດ ແລະ ປ້ອງການເຊື້ອພະຍາດຕ່າງໆໄດ້ ອົງການອະນາໄມໂລກ ເລີຍສົ່ງເສີມປຸກລະດົມໃຫ້ທຸກຄົນໃສ່ໃຈໃນການລ້າງມື ໂດຍສະເພາະປີນີ້ທີ່ມີການແຜ່ລະບາດຂອງພະຍາດໂຄວິດ ການລ້າງມືກໍແມ່ນມາດຕະການໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນໃຫ້ທຸກຄົນປະຕິບັດກັນຢູ່ແລ້ວ.


ພວກເຮົາຮູ້ກັນດີແລ້ວວ່າ ການລ້າງມືໃສ່ສະບູ, ນ້ຳສະອາດ ແມ່ນເປັນວິທີທີ່ດີທີ່ສຸດ ປະຢັດທີ່ສຸດ, ຈາກການຄົ້ນຄວ້າທາງວິທະຍາສາດຢັ້ງຢືນວ່າພຽງແຕ່ເຮົາລ້າງມືສະອາດຢູ່ເລື້ອຍໆ ກໍສາມາດປອດຈາກພະຍາດໄດ້ເຖິງ 50%, ຖືວ່າມີຄວາມສຳຄັນລະດັບໜຶ່ງທີ່ເຮັດໃຫ້ເຮົາປາສະຈາກພະຍາດໄດ້ ແຕ່ເຮົາຕ້ອງຮູ້ວິທີຂັ້ນຕອນ ແລະ ເວລາລ້າງທີ່ຖືກຕ້ອງ ຄືຫຼັງຈາກເວລາໄອ – ຈາມ, ຈັບບາຍຄົນເຈັບ, ປຸງແຕ່ງອາຫານ, ຫຼັງໃຊ້ຫ້ອງນ້ຳ, ກ່ອນ – ຫຼັງກິນເຂົ້າ, ມືເປື້ອນ ແລະ ອື່ນໆ ຄວນລ້າງມືໃຫ້ສະອາດຢູ່ຕະຫຼອດ.

ທ່ານເນັ້ນຕື່ມອີກວ່າ: ການລ້າງມື ມີ 7 ຂັ້ນຕອນ ຫາກລ້າງດ້ວຍແອລກໍຮໍ ໃຊ້ເວລາ 20 – 30 ວິນາທີ, ຖ້າລ້າງດ້ວຍສະບູໃຊ້ເວລາຢູ່ 40 – 60 ວິນາທີ, ຈາກບົດຮຽນຕົວຈິງທີ່ພວກເຮົາຖອດຖອນໄດ້ໃນການໂຕ້ຕອບການລະບາດຂອງພະຍາດໂຄວິດທີ່ກໍາລັງລະບາດຢູ່ໃນທົ່ວໂລກໃນຂະນະນີ້, ການລ້າງມືແມ່ນມາດຕະການສຳຄັນອັນໜຶ່ງ ເພື່ອຫຼຸດຜ່ອນການຕິດເຊື້ອ ຫຼັງຈາກເຮົາໄດ້ຈັບບາຍກັບສິ່ງຂອງຕ່າງໆ.

ສະນັ້ນ, ຈຶ່ງຢາກຊັກຊວນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າປ່ຽນແປງພຶດຕິກຳ ກາຍເປັນຄວາມຊິນເຄີຍໃໝ່ໃນການລ້າງມື ແລະ ການດຳລົງຊີວິດປົກກະຕິ ດັ່ງຄຳຂວັນປີນີ້ “ ຊີວິດປອດໄພ ໃສ່ໃຈລ້າງມືເລື້ອຍໆ ”

ຂ່າວ: ເມລີ; ຮູບ: ມີ່