ລັດດາພອນ ເລີ່ມຈາກການເບິ່ງແຍງຕົນເອງປ້ອງກັນພະຍາດໂຄວິດ – 19

179

ສາວ ລັດດາພອນ Miss Crystal Angel International 2019 ໃນຖານະເປັນຄົນຂອງສັງຄົມ ເລີ່ມຈາກການເບິ່ງແຍງສຸຂະພາບຂອງຕົນເອງ ແລະ ໝັ່ນຮັກສາຄວາມສະອາດເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ – 19.

ນາງ ລັດດາພອນ ພົມສຸວັນ Miss Crystal Angel International 2019 ໃຫ້ສໍາພາດວ່າ: ຕົນເອງມີວິທີປ້ອງກັນຈາກພະຍາດໂຄວິດ – 19 ຄືເລີ່ມຈາກການເບິ່ງແຍງສຸຂະພາບ, ຮັກສາຄວາມສະອາດ, ໝັ່ນລ້າງມືທຸກຄັ້ງຫຼັງຈາກສໍາຜັດກັບສິ່ງຂອງ ແລະ ກ່ອນຈະຈັບກິນອາຫານດ້ວຍສະບູ ຫຼື ເຈລລ້າງມືທຸກຄັ້ງ. ພ້ອມທັງຫຼີກລຽງການພົບປະ ຫຼື ຢູ່ໃກ້ກັບບຸກຄົນອື່ນໆທີ່ສໍາຄັນແມ່ນການໃສ່ຜ້າອັດປາກທຸກຄັ້ງທີ່ອອກຈາກເຮືອນໄປເຮັດວຽກ ຫຼື ເຮັດກິດຈະວັດປະຈໍາວັນຕ່າງໆ ເພື່ອຫຼີກລຽງການຕິດເຊື້ອ ແລະ ການແຜ່ເຊື້ອພະຍາດ  ດັ່ງກ່າວ.

ນອກຈາກການປ້ອງກັນຕົນເອງແລ້ວ ກໍຢາກແນະນໍາຄົນອ້ອມຂ້າງໃນສັງຄົມ ກໍຄືການຮັກສາສຸຂະພາບ ແລະ ຮັກສາຄວາມສະອາດເປັນສິ່ງສໍາຄັນ. ຕົນເອງຂໍເປັນກະບອກສຽງໜຶ່ງເພື່ອເຊີນຊວນໃຫ້ຄົນໃນສັງຄົມຮ່ວມແຮງຮ່ວມໃຈກັນປະຕິບັດຕາມຄໍາສັ່ງຂອງພັກ – ລັດ. ນອກຈາກນີ້, ຢາກໃຫ້ທຸກຄົນໃຊ້ເວລາຢູ່ເຮືອນຢ່າງມີປະໂຫຍດ ໂດຍການອອກກໍາລັງກາຍເພື່ອຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ແລະ ສ້າງກິດຈະກໍາທີ່ມີປະໂຫຍດຢູ່ເຮືອນ. ນອກຈາກການອອກກໍາລັງກາຍເປັນປະຈໍາກໍຕ້ອງກິນອາຫານທີ່ມີປະໂຫຍດ ແລະ ພັກຜ່ອນໃຫ້ພຽງພໍອີກດ້ວຍ.

ສຸດທ້າຍກໍຢາກຝາກເຖິງສັງຄົມຄືປະຊາຊົນລາວທຸກຄົນໃຫ້ຊ່ວຍກັນປະຕິບັດຕາມຄຳສັ່ງຂອງພັກ – ລັດຢ່າງເຂັ້ມງວດ ແລະ ຮັກສາສຸຂະພາບ ເພື່ອຫຼີກລຽງຈາກເຊື້ອພະຍາດດັ່ງກ່າວ ລວມທັງຂໍເປັນຕົວແທນສົ່ງກໍາລັງໃຈໄປໃຫ້ແພດໝໍທີ່ກໍາລັງປະຕິບັດໜ້າທີ່ຕໍ່ສູ້ກັບເຊື້ອພະຍາດໂຄວິດ – 19 ໃນຕອນນີ້ຈົ່ງປະຕິບັດໜ້າທີ່ຢ່າງສໍາເລັດລຸລ່ວງ ແລະ ນໍາພາປະຊາຊົນລາວຜ່ານວິກິດນີ້ໄປນຳກັນ.

ຂ່າວ: ນຸ້ມນິ້ມ; ຮູບ: laddaphone psv